ສະຖານທູດ ຣັດເຊຍ ຖະແຫຼງຄວາມຄືບໜ້າ ການເຄື່ອນໄຫວພິເສດທາງທະຫານຢູ່ ຢູເຄຣນ

0
718

ໃນວັນທີ 29 ກໍລະກົດ 2022 ນີ້, ຢູ່ສູນວິທະຍາສາດ ແລະ ວັດທະນະທຳ ສ ຣັດເຊຍ, ທ່ານ ດານິລ ອາໂວໂດ ປີອານອບ ເລຂານຸການຕີ ປະຈຳສະຖານທູດ ສ ຣັດເຊຍ ປະຈຳ ສປປ ລາວ ໄດ້ຖະແຫລງຄວາມຄືບໜ້າການເຄື່ອນໄຫວພິເສດທາງການທະຫານ ຢູ່ອູແກຣນ ເຊິ່ງໄລຍະປະຕິບັດໜ້າທີ່, ກຳລັງປະກອບອາວຸດຣັດເຊຍໄດ້ສືບຕໍ່ບຸກໂຈມຕີ ຢູ່ບັນດາເປົ້າໝາຍທາງການທະຫານ, ພ້ອມທັງອົບພະຍົບພົນລະເຮືອນອອກຈາກເຂດອັນຕະລາຍ, ນັບຕັ້ງແຕ່ການປະຕິບັດງານດັ່ງກ່າວ ປະມານ 3 ລ້ານຄົນ ໄດ້ອົບພະຍົບອອກໄປຢູ່ປະເທດຣັດເຊຍ, ໃນນັ້ນມີເດັກນ້ອຍ 450.000 ຄົນ.

ທ່ານ ດານິລ ອາໂວໂດ ປີອານອບ ກ່າວວ່າ: ໃນວັນທີ 22 ກໍລະກົດ 2022 ຜ່ານມານີ້, ໄດ້ມີພິທີລົງນາມເອກະສານກ່ຽວກັບ ການສົ່ງອອກເມັດພືດທາງທະເລຂອງຢູເຄຣນ ແລະ ການສົ່ງອອກຜະລິດຕະພັນກະເສດຂອງຣັດເຊຍ ເພື່ອຮັບປະກັນການສະໜອງສະບຽງອາຫານ ແລະ ປຸຍຝຸ່ນຂອງຣັດເຊຍ ຢ່າງໂປ່ງໃສ ແລະ ບໍ່ເປັນການຂັດ ຂວາງ, ລວມທັງວັດຖຸດິບໃນການຜະລິດອອກສູ່ຕະຫລາດໂລກ. ພ້ອມທັງລົບລ້າງໄພຂົ່ມຂູ່ຕໍ່ຜົນລະເມືອງຂອງຢູແກຣນ ແລະ ລົບລ້າງໄພຂົ່ມຂູ່ຕໍ່ພົນລະເມືອງ ສາທາລະນະລັດ ປະຊາຊົນຂອງດອນບັດ (Donbass)

ແຫຼ່ງຂ່າວ: ປະເທດລາວ