ສະຖານທູດສະຫະລັດອາເມລິກາ ໄດ້ຮ່ວມອວຍພອນນາຍົກລັດຖະມົນຕີ ກ່ອນການເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ

0
1035

ໃນຕອນຄ່ຳທີ 10 ພຶດສະພາ ທີ່ຜ່ານມານີ້ ທີ່ສະໜາມບິນສາກົນວັດໄຕ, ທ່ານ ນາງ ຈອຍ ຊາກຸໄຣ ຮອງເອກອັກຄະລັດຖະທູດ ສະຖານທູດສະຫະລັດອາເມລິກາ ປະຈຳນະຄອນຫຼວງວຽງຈັນ ໄດ້ຮ່ວມອວຍພອນທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຈາກ ສປປ ລາວ ກ່ອນການເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ທີ່ ວໍຊິງຕັນ ສະຫະລັດອາເມລິກາ. ກອງປະຊຸມສຸດຍອດອາຊຽນໄດ້ສະແດງໃຫ້ເຫັນ ບຸລິມະສິດຂອງສະຫະລັດອາເມລິກາໃນຂົງເຂດອິນໂດ-ປາຊີຟິກທີ່ເສລີ ແລະ ເປີດກວ້າງ ໂດຍອີງໃສ່ຄວາມໝາຍໝັ້ນຮ່ວມກັນ, ເພື່ອຜົນປະໂຫຍດຮ່ວມກັນ ລວມເຖິງການເຄົາລົບໃນຄວາມເປັນສູນກາງອາຊຽນທີ່ເຂັ້ມແຂງ, ມີອຳນາດອະທິປະໄຕ ເປັນເອກະລາດ ເຄົາລົບສິດທິມະນຸດ ແລະ ລັດແຫ່ງກົດໝາຍ. ໄດ້ອວຍພອນໃຫ້ກອງປະຊຸມສຸດຍອດອາຊຽນ – ສະຫະລັດອາເມລິກາ ຄັ້ງນີ້ຈົ່ງປະສົບຜົນສຳເລັດ.

ແຫຼາງຂ່າວຈາກ ສະຖານທູດສະຫະລັດອາເມລິກາ ປະຈຳນະຄອນຫຼວງວຽງຈັນ