ສະຖານທູດລາວ-ຫວຽດນາມ ປະຈຳ ສປ ຈີນ ສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ

0
854

ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ແລະ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປ ຈີນ ທີ່ປັກກິງ ຈັດງານພົບປະແລກປ່ຽນມິດຕະພາບ ເນື່ອງໃນໂອກາດສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວປີ 2022 ກໍຄື ການສະຫລອງວັນສ້າງຕັ້ງສາຍພົວພັນທາງການທູດລາວ- ຫວຽດນາມ ຄົບຮອບ 60 ປີ(5/9/1962-5/9/2022) ແລະ ວັນເຊັນສົນທິສັນຍາມິດຕະ ພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 45 ປີ (18/7/1977-18/7/2022) ໂດຍມີ ສະຫາຍ ນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ, ສະຫາຍ ຟາມ ຊາວ ໝາຍ (Pham Sao Mai), ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປ ຈີນ, ພ້ອມດ້ວຍພະນັກງານຈາກສະຖານທູດລາວ ແລະ ຫວຽດນາມ ເຂົ້າຮ່ວມ.

ສະຫາຍເອກອັກຄະລັດຖະທູດລາວ ແລະ ຫວຽດນາມ ຕ່າງກໍໄດ້ຍົກໃຫ້ເຫັນມູນເຊື້ອ ແຫ່ງຄວາມສາມັກຄີຮັກແພງ ຊ່ວຍເຫລືອເຊິ່ງກັນ ແລະ ກັນລະຫວ່າງສອງຊາດ ລາວ-ຫວຽດນາມ ທີ່ມີມາແຕ່ດົນນານ ໂດຍສະເພາະໃນໄລຍະແຫ່ງການຕໍ່ສູ້ຕ້ານການຮຸກຮານ ແລະ ການຍຶດຄອງຂອງພວກຈັກກະພັດຕ່າງດ້າວ ແລະ ລະບອບສັກດີນາໃນເມື່ອກ່ອນ.

ໃນໂອກາດຈັດງານພົບປະແລກປ່ຽນມິດຕະພາບ ຂອງສອງສະຖານທູດລາວ ແລະ ຫວຽດນາມ ປະຈໍາ ສປ ຈີນ ໃນຄັ້ງນີ້, ຍັງໄດ້ຈັດໃຫ້ມີການສະແດງສິລະປະຂອງລາວ ແລະ ຫວຽດນາມ ແລະ ມີການມອບລາງວັນ ໃຫ້ຜູ້ຊະນະເລີດການແຂ່ງຂັນກິລາ 3 ປະເພດຄື: ກ໊ອຟ, ປິງປ໋ອງ ແລະ ດອກປີກໄກ່ ທີ່ທັງສອງສະຖານທູດຮ່ວມກັນຈັດຂຶ້ນ ເພື່ອສ້າງບັນຍາກາດໃຫ້ງານພົບປະຄັ້ງນີ້ ມີຄວາມເບີກບານມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມໝາຍເລິກເຊິ່ງ.

ແຫຼ່ງຂ່າວ: ຂປລ