ສວນພຶກສາຈັດກິດຈະກຳວັນເດັກ ແລະ ວັນປູກຕົ້ນໄມ້ແຫ່ງຊາດ

ວັນທີ 1 ມິຖຸນາທີ່ຜ່ານມາ ທີ່ສວນພຶກສາ ບ້ານດ່ານຊີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ມີການຈັດກິດຈະກຳວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ໂດຍການເຂົ້າຮ່ວມຂອງການນຳພັກ-ລັດ ພ້ອມຄະນະ ທ່ານ ພູວົງ ພະມີສິດ ປະທານສວນພຶກສາ ທັງເປັນປະທານສະມາຄົມອັນຍະມະນີແຫ່ງ ສປປ ລາວ ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພູວົງ ໄດ້ກ່າວວ່າ  “ຂ້າພະເຈົ້າເຫັນເຖິງຄວາມສຳຄັນຂອງການພັດທະນາແຫຼ່ງທ່ຽວທີ່ມີຄວາມສວຍງາມ ເພື່ອສ້າງເປັນສະຖານທີ່ພັກຜ່ອນຢ່ອນໃຈຂອງຂອງບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດແບບຄົບວົງຈອນ ດັ່ງນັ້ນ ຈິ່ງໄດ້ຕັດສິນໃຈພັດທະນາແຫຼ່ງທ່ຽວແຫ່ງນີ້  ຊຶ່ງພາຍໃນສວນແມ່ນນຳໃຊ້ຮູບແບບການຕົບແຕ່ງທີ່ເຕັມໄປດ້ວຍບັນຍາກາດແຫ່ງຄວາມຮັກ ແລະ ຄວາມອົບອຸ່ນ”.

ທັງນີ້ ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ສວນພຶກສາກໍຂໍເປັນອີກໜຶ່ງແຮງທີ່ຈະຊ່ວຍສົ່ງເສີມ ແລະ ພັດທະນາບຸກຄະລາກອນໜຸ່ມນ້ອຍໃຫ້ເຕີບໃຫຍ່ເປັນທ່າແຮງຂອງຊາດໃນອະນາຄົດ ພ້ອມນີ້ ກໍໄດ້ຈັດກິດຈະກຳປູກຕົ້ນໄມ້ນາໆຊະນິດ ຊຶ່ງຖືເປັນກິດຈະກຳປະຈຳປີຂອງສວນພຶກສາ ລວມເຖິງການສະແດງສິລະປະວັນນະຄະດີຂອງນ້ອງນ້ອຍຫຼາກຫຼາຍໂຮງຮຽນທີ່ໝູນວຽນຂຶ້ນມາໃຫ້ຄວາມເບີກບານແກ່ແຂກທີ່ມາທ່ຽວຊົມໄດ້ປະທັບໃຈ.

 

ໂດຍ: ສະຫະລັດ ວອນທິວົງໄຊ