ສປ ຈີນ ເລີ່ມປັບຂຶ້ນພາສີສິນຄ້ານຳເຂົ້າຈາກອາເມຣິກາ

ລັດຖະບານຈີນປະກາດຂຶ້ນອັດຕາພາສີສິນຄ້າທີ່ຈາກອາເມຣິກາຊຸດໃໝ່ລວມມູນຄ່າຫຼາຍໝື່ນລ້ານໂດລາ ຊຶ່ງຢູ່ໃນການກະກຽມຄວາມພ້ອມສຳລັບເປີດເຜີຍບັນຊີດຳບໍລິສັດຕ່າງຊາດທີ່ບໍ່ໜ້າເຊື່ອຖື ຂະນະທີ່ຈີນພ້ອມສູ້ສົງຄາມການຄ້າກັບອາເມຣິກາຢ່າງເຕັມທີ່ ທັງນີ້ ກໍຈະເປີດປະຕູເຈລະຈາກັບອາເມຣິກາໄດ້ທຸກເວລາ.

ຄວາມເຄື່ອນໄຫວຫຼ້າສຸດຂອງ ສປ ຈີນ ຊຶ່ງໄດ້ປັບຂຶ້ນອັດຕາພາສີສິນຄ້າຂອງອາເມຣິກາລວມ 5.410 ລາຍການ ມູນຄ່າ 60.000 ລ້ານໂດລາດ້ວຍອັດຕາພາສີລົງໂທດໃໝ່ລະຫວ່າງ 5-25% ເພື່ອຕອບໂຕ້ການຂຶ້ນພາສີລົງໂທດຂອງອາເມຣິກາ 25% ລວມມູນ ຄ່າ 200.000 ລ້ານໂດລາຕໍ່ສິນຄ້າຂອງຈີນເມື່ອເດືອນພຶດສະພາຜ່ານມາ.

ສຳລັບສິນຄ້າຂອງອາເມຣິກາທີ່ຈີນປະກາດຂຶ້ນພາສີຄັ້ງໃໝ່ນີ້ລວມເຖິງຜະລິດຕະພັນເສີມຄວາມງາມ ອຸປະກອນກີລາ ເຄື່ອງດົນຕີ ວາຍ ຖົງຢາງອະນາໄມ ອັນຍະມະນີ (ເພັດ) ໄມ້ ເສັ້ນໃຍ ແລະ ເຄື່ອງຫຼິ້ນເດັກນ້ອຍ ເນື່ອງຈາກການເຈລະຈາລະຫວ່າງສອງຊາດບໍ່ມີຂໍ້ສະຫຼຸບ ມາຮອດປັດຈຸບັນ ທັງ 2 ຝ່າຍຂຶ້ນພາສີຕອບໂຕ້ກັນລວມມູນຄ່າ 360.000 ລ້ານໂດລາ ແລະ ການຕອບໂຕ້ກໍທະວີຄວາມຮຸນແຮງຂຶ້ນໃນໄລຍະຫຼາຍອາທິດທີ່ຜ່ານມາພາຍຫຼັງທີ່ອາເມຣິກາຂຶ້ນບັນຊີດຳບໍລິສັດຮົວເຫວີຍຊຶ່ງສົ່ງຜົນກະທົບຢ່າງໜັກຕໍ່ບໍລິສັດຮົວເຫວີຍທີ່ມີສາຂາຢູ່ທົ່ວໂລກ.

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: AP, AFP