ສປ ຈີນ ມອບເຄື່ອງອຸປະກອນການແພດຊ່ວຍເຫຼືອ ສປປ ລາວ ຕ້ານພະຍາດໂຄວິດ-19

0
2109

ໃນວັນທີ 10 ພຶດສະພາ 2021, ລັດຖະບານ ແຫ່ງ ສປ ຈີນ ໄດ້ສືບຕໍ່ ນໍາເອົາຊ່ວຍເຫຼືອທາງດ້ານການແພດຕອບໂຕ້ໂຄວິດ-19 ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ເພື່ອນຳໃຊ້ຄວບຄຸມ, ປ້ອງກັນ ແລະ ແກ້ໄຂ ການແຜ່ລະບາດ ຂອງໂຄວິດ-19 ຮອບໃໝ່ ຢູ່ ສປປ ລາວ.

ຕາງໜ້າລັດຖະບານລາວກ່າວຮັບໂດຍທ່ານ ກິແກ້ວ ໄຂຄໍາພິທູນຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຕາງໜ້າມອບໂດຍລັດຖະບານຈີນກ່າວມອບໂດຍ ທ່ານ ຈ່ຽງ ຈາຍຕຸ່ງ ເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ເຄື່ອງຊ່ວຍເຫຼືອດັ່ງກ່າວປະກອບດ້ວຍ: ເຄື່ອງຊ່ວຍຫາຍໃຈ, ນໍ້າຢາຂ້າເຊື້ອ, ຜ້າອັດປາກການແພດ, ຖົງມື, ຊຸດປ້ອງກັນການແພດ, ອຸປະກອນກວດຫາເຊື້ອພະຍາດໂຄວິດ-19 ແລະ ອື່ນໆ ລວມມູນຄ່າ 10 ລ້ານຢວນ ຫຼື ປະມານ 15,5 ຕື້ກີບ.

ກ່ອນໜ້ານີ້, ໃນວັນທີ 04 ພຶດສະພາ 2021 ທີ່ຜ່ານມາ, ລັດຖະບານ ແຫ່ງ ສປ ຈີນ ກໍໄດ້ສົ່ງຄະນະຊ່ຽວຊານແພດໝໍຈາກແຂວງຢຸນນານຈໍານວນ 25 ທ່ານ ເພື່ອມາຊ່ວຍເຫຼືອຄະນະທີມແພດໝໍຂອງລາວ ໃນການວາງແຜນການປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດດັ່ງກ່າວ ລວມທັງຍົກລະດັບດ້ານວິຊາການໃຫ້ແກ່ແພດໝໍຂອງລາວ ເພື່ອເພີ່ມຄວາມສາມາດ ໃນການຮັບມືກັບພະຍາດ ໂຄວິດ-19 ຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງລົ້ນເຫຼືອຕໍ່ລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງ ທີ່ເວລາໃດກໍໄດ້ສະແດງຄວາມເປັນຫ່ວງເປັນໄຍ ແລະ ໃຫ້ການຊ່ວຍເຫຼືອແກ່ລັດຖະບານ ກໍຄື ປະຊາຊົນລາວ ຢ່າງຈິງໃຈໂດຍຕະຫຼອດມາ ພ້ອມທັງໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງທັນການ ໃນການສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ຂອງ ສປ ຈີນ ໃຫ້ແກ່ ສປປ ລາວ ໃນຄັ້ງນີ້ ກໍຄືຄັ້ງຜ່ານໆມາ ພ້ອມກັນນີ້, ຍັງສະແດງເຖິງຄວາມເປັນເພື່ອນມິດຖານສະຫາຍອ້າຍນ້ອງທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ,ຈີນ-ລາວ ລະຫວ່າງ ສອງພັກ, ສອງລັດ ແລະປະຊາຊົນສອງຊາດຢ່າງແທ້ຈິງ, ຊຶ່ງນັບມື້ໄດ້ຮັບການເສີມຂະຫຍາຍ ແລະ ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ທັງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງສອງປະເທດ ຄົບຮອບ 60 ປີ ແລະປີມິດຕະພາບ ລາວ-ຈີນ ປີ 2021 ອີກດ້ວຍ.

ທ່ານຍັງກ່າວວ່າ: ຈະນໍາໃຊ້ການຊ່ວຍເຫຼືອດັ່ງກ່າວນີ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງສຸດ, ພ້ອມທັງເຊື່ອໝັ້ນວ່າ ການຊ່ວຍເຫຼືອຂອງສະຫາຍຈີນອ້າຍນ້ອງໃນຄັ້ງນີ້ ຈະປະກອບສ່ວນອັນສຳຄັນເຂົ້າໃນການປ້ອງກັນ ແລະສະກັດກັ້ນ ການແຜ່ລະບາດຂອງພະຍາດ ໂຄວິດ-19 ທີ່ພວມແຜ່ຂະຫຍາຍໄປສູ່ວົງກວ້າງໃນຊຸມຊົນຢູ່ໃນປັດຈຸບັນ, ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ແລະບັນດາເມືອງໃນຫຼາຍແຂວງທົ່ວປະເທດນັ້ນ ຈະຖືກຈຳກັດລົງຢ່າງແນ່ນອນ.