ສປປ ລາວ ໄດ້​ເປັນ​ສະມາຊິກສະຖາບັນການເຕີບໂຕສີຂຽວໂລກ (GGGI) ແລ້ວ

ທ່ານຮອງ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ກິ​ແກ້ວ ຈັນທະ​ບູລີ ​ໃຫ້​ຮູ້​ວ່າ: ສປປ ລາວ ພວກເຮົາ​ໄດ້​ຖືກ​ຮັບ​ເຂົ້າ​ເປັນ​ສະມາ​ຊິກ​ຂອງ​ສະ​ຖາ​ບັນ​ການ​ເຕີບ​ໂຕ​ສີຂຽວ​ໂລກ (GGGI) ​ເປັນ​ປະ​ເທດອັນດັບ​ທີ 28 ເພື່ອ​ເປັນ​ການສະໜັບສະໜູນບັນດາວຽກງານ ແລະ ນະໂຍບາຍຂອງ​ລັດຖະບານ.

ການເຕີບໂຕສີຂຽວຮັບປະກັນການພັດທະນາເສດຖະກິດໄປຄຽງຄູ່ກັບການປົກຮັກສາສິ່ງແວດລ້ອມ ແລະ ການມີສ່ວນຮ່ວມຂອງສັງຄົມ, ທັງ​ເປັນ​ການ​ຊຸກຍູ້​ໃຫ້​ບັນດາ​ປະ​ເທດ​ສະມາຊິກ​​ມີ​ສ່ວນ​ຮ່ວມ​​ປົກ​ປັກ​ຮັກສາ​ບໍ່​ໃຫ້​ເກີດສິ່ງ​​​ທີ່​ເປັນ​ຜົນ​ກະທົບ​ຕໍ່ການ​ປ່ຽນ​ແປງ​ຂອງ​ດິນ​​ຟ້າ​ອາກາດ.

ສໍາລັບ​ ສປປ ລາວ​ ​​​ໄດ້ເຮັດ​ວຽກ​ຮ່ວມ​ໃນຫລາຍຂະ​ແໜງ​ການ​ ເຊັ່ນ: ການທ່ອງທ່ຽວ​ປະສົມ​ປະສານ​ກັບ​ທໍາ​ມະ​ຊາດ, ການ​ກໍາຈັດ​ນໍ້າ​ເປື້ອນ, ຂີ້ເຫຍື້ອ​ຕ່າງໆ, ການ​ນໍາ​ໃຊ້​ພະລັງ​ງານ ​ແລະ ອື່ນໆ, ​ເຊິ່ງ​​ປັດຈຸບັນ​ໄດ້​​​​ທົດ​ລອງປະຕິບັດຢູ່ນະ​ຄອນ​ຫລວງວຽງ​ຈັນ ​ແລະ ແຂວງຈໍາປາ​ສັກ.

ສະຖາບັນ (GGGI) ແມ່ນອົງການຈັດຕັ້ງສາກົນ​ ເພື່ອສົ່ງເສີມການເຕີບໂຕຂອງສີຂຽວ ແລະ ຄວາມຍືນຍົງດ້ານສິ່ງແວດລ້ອມ​, ໃຫ້ການສະໜັບສະໜູນການຂະຫຍາຍຕົວຂອງເສດຖະກິດທີ່ມີສີຂຽວ, ເຊິ່ງລວມມີການຫລຸດຜ່ອນຄວາມທຸກຍາກ, ການສ້າງວຽກເຮັດງານທໍາ ​ແລະ ການປະກອບສ່ວນທາງດ້ານສັງຄົມ. GGGI ​ແມ່ນ​ເນັ້ນເຮັດວຽກໃນ 4 ຂົງເຂດບູລິມະສິດສໍາຄັນ​ໃນການຫັນປ່ຽນເສດຖະກິດໃນປະເທດ​ ເຊັ່ນ: ດ້ານພະລັງງານ, ນໍ້າ, ການນໍາໃຊ້ທີ່ດິນ ແລະ ເມືອງສີຂຽວ. ​ພ້ອມ​ດຽວ​ກັນ​ນັ້ນ, ​ກໍເຮັດວຽກຮ່ວມກັບບັນດາປະເທດພັດທະນາ ແລະ ປະເທດທີ່ພວມພັດທະນາ ເພື່ອອອກແບບ ແລະ ສະແດງໃຫ້ເຫັນເສັ້ນທາງໃໝ່ສໍາລັບການເຕີບໂຕທາງດ້ານເສດຖະກິດທີ່ມີຄວາມຍືນຍົງ.

ຂະນະ​ດຽວ​ກັນກໍ​ສະໜັບສະ​ໜູນປະ​ເທດ​ສະມາຊິກ, ໂດຍການສະໜອງຜະລິດຕະພັນ, ສະໜອງທຶນ ແລະ ການປະສານງານການເຕີບໂຕສີຂຽວ ເພື່ອສະໜັບສະໜູນການປະຕິບັດຕາມບູລິມະສິດການພັດທະນາ.

 

ແຫລ່ງຂ່າວ : ໜັງສືພິມລາວພັດທະນາ