ສປປ ລາວ ເປັນເຈົ້າພາບລະດັບພາກພື້ນ ຂອບການຮ່ວມມືແມ່ນ້ຳຂອງຕອນລຸ່ມ

ລັດຖະບານ ​ສປປ ລາວ ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ຄົບ​ຄະນະ ແລະ ກອງ​ປະຊຸມ​ໜ່ວຍ​ງານ​ຂອງ​ຂອບ​ການ​ຮ່ວມ​ມື​ແມ່ນ້ຳ​ຂອງ​ຕອນ​ລຸ່ມ-ສ.ອາ​ເມ​ຣິ​ກາ (LMI) ຄັ້ງ​ທີ 6 ຂຶ້ນ​ໃນ​ວັນ​ທີ 20-21 ມີນາ 2014 ທີ່​ໂຮງແຮມ​ແລນ​ມາກ ນະຄອນຫຼວງ​ວຽງ​ຈັນ ໂດຍ​ເປັນ​ປະທານ​ຂອງ​ທ່ານ ບຸນ​ເກີດ ສັງ​ສົມ​ສັກ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ການ​ຕ່າງປະເທດ ໂດຍ​ມີ​ທ່ານ ແດ​ນຽວ ເອ​ຄຼູນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະຫະລັດ​ອາ​ເມ​ຣິ​ກາ ແລະ ຄະນະ​ຜູ້​ແທນ​ຈຳນວນ 100 ທ່ານ ຈາກ​ປະເທດ​ສະມາຊິກ​ຂອບ​ຮ່ວມ​ມື LMI ປະກອບ​ມີ ກຳປູເຈຍ ​ສປປ ລາວ ມຽນ​ມາ ໄທ ຫວຽດນາມ ແລະ ສ.ອາ​ເມ​ຣິ​ກາ ເຂົ້າ​ຮ່ວມ.

ກອງ​ປະຊຸມ​ໃນ​ຄັ້ງ​ນີ້ ໄດ້​ທົບ​ທວນຄືນ​ການ​ປະຕິບັດ​ແຜນ​ງານ​ຂອງ​ຂອບ​ການ​ຮ່ວມ​ມື​ແມ່ນ້ຳ​ຂອງ​ຕອນ​ລຸ່ມ-ສ.ອາ​ເມ​ຣິ​ກາ 2011-2015 ຂອງ 6 ຂະແໜງການ​ບຸລິມະສິດ ປະກອບ​ມີ: ສາທາລະນະ​ສຸກ ສຶກ​ສາ​ທິ​ການ ສິ່ງແວດລ້ອມ ແລະ ນ້ຳ ການ​ເຊື່ອມ​ຈອດ​ກະສິກຳ ແລະ ການ​ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ ແລະ ການ​ຄ້ຳປະກັນ​ດ້ານ​ພະລັງງານ ໃນ​ໄລຍະ​ຜ່ານ​ມາ ແລະ ປຶກສາ​ຫາລື​ທິດ​ທາງ​ການ​ຮ່ວມ​ມື​ໃນຕໍ່ໜ້າ ໂດຍ​ສະເພາະ ປຶກສາ​ຫາລື​ແຜນການ​ຮ່ວມ​ມື​ລະອຽດ ໃນ​ການ​ຜັນ​ຂະຫຍາຍ​ເອກະສານ​ແນວ​ຄວາມ​ຄິດ ແລະ ຖະແຫຼງການ​ຮ່ວມ LMI ທີ່​ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະເທດ LMI ຄັ້ງ​ທີ 6 ທີ່​ບັນດາ ສິ​ຣິ ເບ​ກາ​ວັນ ບຣູ​ໄນ ດາ​ຣູ​ຊາ​ລາມ ໃນ​ວັນ​ທີ 1 ກໍລະກົດ 2013 ໄດ້​ຮັບຮອງ​ເອົາ ເພື່ອ​ແນໃສ່​ເຮັດ​ໃຫ້​ການຈັດຕັ້ງ​ປະຕິບັດ​ໂຄງການ​ຕ່າງໆ ຂອບ​ການ​ຮ່ວມ​ມື LMI ໃຫ້​ເປັນ​ຮູບ​ປະ​ທຳ.

ກອງ​ປະຊຸມ​ໄດ້​ດຳເນີນ​ໄປ​ເປັນ​ເວລາ 2 ວັນ ໂດຍ​ຈະ​ມີ​ກອງ​ປະຊຸມ 6 ໜ່ວຍ​ງານ​ຂະແໜງການ​ບຸລິມະສິດ ໃນ​ວັນ​ທີ 20 ມີນາ 2014 ແລະ ກອງ​ປະຊຸມ​ຄົບ​ຄະນະ ໃນ​ວັນ​ທີ 21 ມີນາ 2014 ພ້ອມ​ດຽວ​ກັນ​ນີ້ ກອງ​ປະຊຸມ​ໄດ້​ຮັບຮອງ​ເອກະສານ​ບົດ​ບັນທຶກ​ຂອງ​ກອງ​ປະຊຸມ​ຄົບ​ຄະນະ​ດັ່ງກ່າວ ເພື່ອ​ນຳໄປ​ລາຍ​ງານ​ຕໍ່​ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະເທດ ແມ່ນ້ຳ​ຂອງ​ຕອນ​ລຸ່ມ-ອາ​ເມ​ຣິ​ກາ ຄັ້ງ​ທີ 7 ຕໍ່​ໄປ​ໃນ​ກາງ​ປີ 2014.

 

http://www.vientianemai.net/teen/khao/1/11406