ສປປ ລາວ-ສະຫະລັດອາເມລິກາ ເພີ່ມທະວີ ການຮ່ວມມືດ້ານການເກັບກູ້ລະເບີດບໍ່ທັນແຕກ

​ເມື່ອທ້າຍອາທິດ​ຜ່ານມານີ້, ຄະນະ​ຜູ້​ແທນສະຫະລັດ​ອາ​ເມ​ລິ​ກາ ນໍາ​ໂດຍທ່ານ ພົນຕີ ໄມເຄີລ ດີ ຣອດສະຕິນ (Michael D. Rothstein), ຮອງຜູ້ຊ່ວຍລັດຖະມົນຕີ ການຕ່າງປະເທດ ສະຫະລັດໄດ້ເດີນ ທາງມາຢ້ຽມຢາມ ສປປ ລາວ ເພື່ອເສີມຂະຫຍາຍການຮ່ວມມື ວຽກງານສຳຫລວດ ແລະ ເກັບກູ້ລະເບີດບໍ່ທັນແຕກ (UXO) ຢູ່ ສປປ ລາວ. ລະຫວ່າງການ​ຢ້ຽມຢາມ ​ແຕ່​ວັນ​ທີ 10-14 ກໍລະກົດ 2017 ນີ້, ທ່ານ ຮອງຜູ້ຊ່ວຍລັດຖະມົນຕີ ການຕ່າງປະເທດສະຫະລັດ ໄດ້ຢ້ຽມຢາມແຂວງຊຽງຂວາງ ເພື່ອທົບທວນຄືນຄວາມຄືບໜ້າ ການຈັດຕັ້ງປະຕິບັດການສຳຫລວດ ລະເບີດລູກຫວ່ານ ທີ່ບໍ່ທັນແຕກພາຍ​ໃນ​ແຂວງ ​ແລະ ທົ່ວປະເທດ (CMRS) ເຊິ່ງລັດຖະບານສະຫະລັດອາເມລິກາ ຈະໃຫ້ການສະໜັບສະໜູນທຶນ ​ແລະ ໄດ້ປະກາດເພີ່ມທຶນຊ່ວຍເຫລື​ອດັ່ງກ່າວ ໃນປີທີ່ຜ່ານມາ.

ລະຫວ່າງການພົບປະໂອ້ລົມ ກັບບັນດາເຈົ້າໜ້າທີ່ອາວຸໂສ ຈາກພາກລັດ, ທ້ອງຖິ່ນ ແລະ ຄູ່ຮ່ວມມືສາກົນ ໃນຂະແໜງການເກັບກູ້ລະເບີດບໍ່ທັນແຕກ, ທ່ານ ພົນຕີ ຣອດສະຕິນ ໄດ້ຍົກໃຫ້ເຫັນເຖິງບາງຂະແໜງການທີ່ສຳຄັນ ທີ່ສະຫະລັດອາເມລິກາ ແລະ ສປປ ລາວ ສາມາດເພີ່ມທະວີການຮ່ວມມືດ້ານການເກັບກູ້ລະເບີດບໍ່ທັນແຕກ ລວມທັງການຈັດຕັ້ງປະຕິບັດໜ້າທີ່ຂອງ (CMRS), ເພີ່ມທີມງານເກັບກູ້ລະເບີດ ໃຫ້ແກ່ໜ່ວຍງານການເກັບກູ້ລະເບີດ ພາຍໃນປະເທດ ແລະ ໃຫ້ການສະໜັບສະໜູນ ແກ່ຄະນະກຳມະການຄຸ້ມຄອງແຫ່ງຊາດ (ຄຊກລ) ໃນການຕິດຕາມກວດກາ ແລະ ການຄຸ້ມຄອງການຈັດຕັ້ງປະຕິບັດວຽກງານຂອງ (CMRS) ພ້ອມ​ນີ້, ທ່ານໄດ້ເນັ້ນ​ເຖິງຄວາມຈຳເປັນ ໃນການຮ່ວມມືຢ່າງໃກ້ຊິດ ໃນຂະແໜງການນີ້ກັບຄູ່ຮ່ວມພັດທະນາ, ຜູ້ໃຫ້ທຶນ ແລະ ລັດຖະບານສປປ ລາວ ໂດຍຜ່ານ (ຄຊກລ).

​ໃນ​ໂອກາດ​ດຽວ​ກັນ, ທ່ານ ຍັງໄດ້ພົບປະກັບທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອສະແດງຄວາມຂອບໃຈ ໃນການໃຫ້ການສະໜັບສະໜູນ ໃນວຽກການສຳຫລວດແຫ່ງຊາດ ​ເຊິ່ງ​ໄດ້​ປະກອບສ່ວນ​ສໍາຄັນ​ ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ, ແກ້​ໄຂ​ຄວາມທຸກ​ຍາກ​ ໂດຍ​ສະ​ເພາະໂຄງການຮ່ວມມືກັນ ລະຫວ່າງໜ່ວຍງານກັບກູ້ລະເບີດຂອງ ສປປ ລາວ ແລະ ອົງການ (INGO); ທ່ານ ພົນຕີ ຣອດສະຕິນ ຍັງໄດ້ປຶກສາຫາລືບັນດາຈິດຈະກຳຕ່າງໆ ກ່ຽວກັບລະເບີດບໍ່ທັນແຕກ ແລະ ເປີດກວ້າງການຮ່ວມມື ທາງດ້ານຄວາມປອດໄພ ກັບທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ໃນລະຫວ່າງການເຂົ້າຢ້ຽມຂ່ຳນັບໃນວັນດຽວ​ກັນ.

​         ພ້ອມ​ນີ້, ທ່ານ ຍັງໄດ້ພົບປະກັບທ່ານ ສົມກົດ ມັງໜໍ່ເມກ ເຈົ້າແຂວງຊຽງຂວາງ ແລະ ບັນດາເຈົ້າໜ້າທີ່ກ່ຽວຂ້ອງ,​​ ໂດຍທ່ານກ່າວວ່າ: ລະເບີດຕົກຄ້າງທີ່ບໍ່ທັນແຕກຢູ່ ສປປ ລາວ ​ໄດ້ຜົນກະທົບ ​ແລະ ເປັນໄພຂົ່ມຂູ່ຕໍ່ຊຸມຊົນ, ​ແຕ່ເຖິງຢາງໃດກໍຕາມ ຜ່ານການຮ່ວມມືກັນຢ່າງໃກ້ຊິດ ກັບຄູ່ຮ່ວມພັດທະນາ, ກັບລັດຖະບານ ສປປ ລາວ ແລະ ຂະບວນການຈັດຕັ້ງປະຕິບັດຂອງ (CMRS) ຂ້າພະເຈົ້າເຊື່ອໝັ້ນວ່າ ການຮ່ວມກັນຈະສາມາດກຳນົດບັນຫາລະເບີດ ທີ່ບໍ່ທັນແຕກຢູ່ ສປປ ລາວ ແລະ ການເຮັດວຽກຮ່ວມກັນນີ້ ຈະຊ່ວຍໃຫ້ຊຸມຊົນຫລຸດພົ້ນ ອອກຈາກຜົນກະທົບ ​ແລະ ​ໄພຂົ່ມຂູ່ຈາກລະເບີດ ທີ່ຍັງບໍ່ທັນແຕກ​ໄດ້.
ແຫລ່ງຂ່າວ:​ ສຳນັກຂ່າວສານປະເທດລາວ