ສປປ ລາວ ຈັດພິທີຍ່າງເພື່ອສຸຂະພາບ ສະຫລອງວັນຄົນພິການແຫ່ງຊາດ ແລະ ວັນຜູ້ສູງອາຍຸສາກົນ

​ໃນ​ວັນ​ທີ 8 ຕຸລາ 2016, ຄະນະ​ກຳມະການ​ແຫ່ງ​ຊາດ ​ເພື່ອ​ຄົນ​ພິການ ​ແລະ ຜູ້​ສູງ​ອາຍຸ ຮ່ວມ​ກັບ​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ, ກະຊວງ​ສາທາລະນະ​ສຸກ ​ແລະ ອົງການ​ປົກຄອງ​ ນະຄອນຫລວງ​ວຽງ​ຈັນ ​ໄດ້​ຈັດ​ຕັ້ງພິທີ​ຊຸມນຸມ​ຍ່າງ​ເພື່ອ​ສຸຂະພາບ ​​ເພື່ອສະ​ເຫລີ​ມສະຫລອງ​ ວັນ​ຄົນ​ພິການ​ແຫ່ງ​ຊາດ ​ແລະ ວັນ​ຜູ້​ສູງ​ອາຍຸ​ສາກົນ​ ທີ່​ສວນ​ປະຕູ​ໄຊ ທີ່​ໄດ້​ກຳນົດ​ໄວ້​​ໃນ​ດຳລັດ ​ຂອງ​ນາຍົກລັດຖະມົນຕີ ສະບັບ​ເລກທີ 137/ນຍ ​ເຊິ່ງກຳນົດ​ເອົາ ວັນ​ທີ 27 ກັນຍາ ຂອງ​ທຸ​ກໆ​ປີ ​ເປັນ​ວັນ​ຄົນ​ພິການ​ແຫ່ງ​ຊາດ ​ແລະ ວັນ​ທີ 1 ຕຸລາ ​ເປັນ​ວັນ​ຜູ້​ສູງ​ອາຍຸ​ສາກົນ, ​ໃຫ້​ກຽດ​ເຂົ້າ​ຮ່ວມ​ໂດຍ ​ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ ພ້ອມ​ດ້ວຍ​ບັນດາ​​ເອກ​ອັກຄະ​ລັດຖະທູດ, ອົງການ​ຈັດ​ຕັ້ງ​ສາກົນ, ຜູ້​ພິການ, ຜູ້​ສູງ​ອາຍຸ ​ແລະ ປະຊາຊົນ​ເຂົ້າ​ຮ່ວມ​ຢ່າງ​ຫລວງຫລາຍ.

ໃນ​ໂອກາດ​ດັ່ງກ່າວ ທ່ານ ຄຳ​ແພງ ​ໄຊ​ສົມ​ແພງ ລັດຖະມົນຕີ​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ​ໄດ້​ໃຫ້​ຮູ້​ວ່າ: ສອງ​ວັນ​ດັ່ງກ່າວ ​ເປັນ​ວັນ​ທີ່​ມີ​ຄວາມ​ໝາຍ​ຄວາມ​ສຳຄັນ ສຳລັບ​ຄົນ​ພິການ ​ແລະ ຜູ້ສູງ​ອາຍຸ ຂອງ ສປປ ລາວ. ​ໃນ​ໂລກ​ຂອງ​ເຮົາ​ໃນ​ປັດຈຸບັນ ​ຍັງ​ມີ​ຄົນ​ພິການ​ຫລາຍ​ກວ່າ 1 ຕື້​ຄົນ ຫລື ປະມານ 15% ຂອງ​ປະຊາກ​ອນ​ໂລກ ທີ່​ດຳລົງຊີວິດ​ຢູ່​ກັບຄວາມ​ເປັນ​ພິການ, ພວກ​ເຂົາ​ເຈົ້າ​ຍັງ​ປະ​ເຊີນ​ກັບ​ສິ່ງ​ກີດ​ຂວາງ​ຕ່າງໆ ຍ້ອນ​ໂຄງ​ສ້າງ​ຂອງ​ສັງຄົມ, ​ເສດຖະກິດ, ທັດສະນະ​ຄະຕິ, ຂາ​ດການ​ມີ​ສ່ວນ​ຮ່ວມ ​ແລະ ຄວາມ​ສະ​ເໝີ​ພາບຢູ່​ໃນ​ຄອບຄົວ ​ແລະ ສັງຄົມ ​ເຫັນ​ໄດ້​ຈາກ​ບັນ​ຫາ​ການ​ເຂົ້າ​ເຖິງ​ການ​ສຶກສາ, ການ​ປິ່ນປົວ ​ແລະ ຟື້ນ​ຟູ​ສຸຂະພາບ, ການ​ຝຶກ​ວິຊາ​ຊີບ, ມີ​ວຽກ​ເຮັດ​ງານ​ທຳ, ການ​ສະໜັບສະໜູນ​ດ້ານ​ນິຕິ​ກຳ ​ແລະ ​ເຊືອມ​ໂຍງ​ຄົນ​ພິການ ​ເຂົ້າ​ໃນ​ຂະ​ບວນກາ​ນພັດທະນາ ຍັງ​ບໍ່​ທັນ​ສູງ. ​ໂດຍ​ເຫັນ​ໄດ້​ຄວາມ​ສຳຄັນ​ຕໍ່​ວຽກ​ງານ​ຜູ້​ພິການ ​ແລະ ຜູ້​ສູງ​ອາຍຸ ລັດຖະບານ ສປປ ລາວ ຈຶ່ງ​ໄດ້​ໃຫ້​ສັດຕະຍາບັນ ​ເຂົ້າ​ເປັນ​ພາຄີ​ສົນທິສັນ​ຍາ​ວ່າ​ດ້ວຍ ສິດທິ​ຂອງ​ຄົນ​ພິການ​ໃນ​ປີ 2009 ​ແລະ ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ ຕາມ​ຄວາມ​ສາມາດ​ຂອງ​ຕົນ ຈັດ​ຕັ້ງ​ປະຕິບັດ​ແຜນ​ທົດ​ສະຫວັດ ​ແຫ່ງ ​ການ​ພັດທະນາ​ຄົນ​ພິການ ​ຂອງ​ພາກ​ພື້ນ​ອາຊີ-ປາຊີ​ຟິກ, ​ແຜນ​ຍຸດ​ທະ​ສາດ​ອິນ​ຊອນ ວ່າ​ດ້ວຍ​ການ​ເຮັດ​ໃຫ້​ສິດທິ​ຂອງ​ຄົນ​ພິການ​ກາຍ​ເປັນ​ຈິງ (​ໄລຍະ​ແຕ່​ປີ 2013-2022) ​ແລ​ະ ​ແຜນ​ຍຸດ​ທະ​ສາດ​ ສະຫວັດດີ​ການ ​ແລະ ການ​ພັດທະນາ​ອາ​ຊຽນ (​ໄລຍະ​ແຕ່​ປີ 2011-2015) ​ແລະ ຖະ​ແຫລ​ງການການ​ເມືອງ ​ແລະ ​ແຜນ​ດຳ​ເນີນ​ງານ​ສາກົນ ກ່ຽວ​ກັບ​ຜູ້​ສູງ​ອາຍຸ ​ໃນ​ປີ 2002 ​ແລະ ລັດຖະບານ ​ໄດ້​ມີ​ຄວາມ​ພະຍາຍາມ​ຊ່ວຍ​ເຫລືອ ​ແລະ ພັດທະນາ​ຄົນ​ພິການ ຕາມ​ຄວາມ​ສາມາດ​ທາງ​ດ້ານ​ເສດຖະກິດ-ສັງຄົມ ​ແລະ ການ​ຮ່ວມ​ມື​ສາກົນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!