ສປປ ລາວ ກຽມຕ້ອນຮັບວັກຊີນສ້າງພູມຄຸ້ມກັນໃນການປ້ອງກັນພະຍາດໂຄວິດ-19 ຕື່ມອີກ 1 ລ້ານໂດສ ຈາກ ສປ.ຈີນ

ທາງເພຈ: ແອໂຣລາວ AeroLaos ໄດ້ແຈ້ງຂ່າວເຊິ່ງຖືວ່າເປັນຂ່າວດີທີ່ທາງ ສປ.ຈີນ ໄດ້ໃຫ້ການຊ່ວຍເຫຼືອວັກຊີນສ້າງພູມຄຸ້ມກັນໃນການປ້ອງກັນພະຍາດໂຄວິດ-19 ຍີ່ຫໍ້ ຊີໂນຟາມ (Sinopharm) ໃຫ້ກັບ ສປປ ລາວ ເພີ່ມອີກເປັນຈໍານວນ 1.000.000 ໂດສ ທີ່ຜະລິດໂດຍ Beijing Institute Biological Products co.,LTD ແລະ ຈະມອບໃຫ້ແກ່ລັດຖະບານ ສປປ ລາວ ໃນໄວໆນີ້.

ສໍາລັບຂັ້ນຕອນຕ່າງໆແມ່ນທາງສໍານັກງານທີ່ປຶກສາດ້ານເສດຖະກິດ-ການຄ້າ ສະຖານທູດ ສປ.ຈີນ ປະຈໍາລາວ, ຄະນະກໍາມະທິການຮ່ວມມືລາວ-ຈີນ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງສາທາລະນະສຸກ ໄດ້ກໍາລັງກະກຽມວຽກງານດ້ານການຂົນສົ່ງ, ເງື່ອນໄຂ ແລະ ລະບຽບການຮ່ວມກັນ ໂດຍຄາດວ່າທຸກຝ່າຍພວມຈັດຕັ້ງປະຕິບັດຢ່າງໄວທີ່ສຸດ. ສ່ວນເວລາໃນການມອບຮັບແມ່ນຈະແຈ້ງຕື່ມພາຍຫຼັງ.