ສປປ ລາວ ກະກຽມເນື້ອໃນ ເຈລະຈາເລື່ອງຄ້າໄມ້ຖືກກົດໝາຍ ກັບສະຫະພາບເອີຣົບ

ໃນວັນທີ 26 ເມສານີ້, ກົມອຸດສະຫະກໍາ ແລະ ການຄ້າ, ກະຊວງອຸດສະຫະກໍາ ແລະ ການຄ້າ, ໄດ້ຈັດກອງປະຊຸມ ກະກຽມເນື້ອໃນ ນິຍາມຄວາມຖືກຕ້ອງທາງດ້ານກົດໝາຍໄມ້ ທີ່ຈະນໍາໄປເຈລະຈາກັບສະຫະພາບເອີຣົບ (EU) ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ຄຸ້ມຄອງໄມ້ ແລະ ການຄ້າໄມ້ລະຫວ່າງສອງຝ່າຍໃນໄວໆນີ້.

ທ່ານຫົວໜ້າກົມອຸດສະຫະກໍາ ແລະ ການຄ້າ ມະໂນຮັກ ລາຊະຈັກ ກ່າວວ່າ: ນິຍາມດັ່ງກ່າວ ແມ່ນມີຄວາມສໍາຄັນສໍາລັບປະເທດເຮົາ ຍ້ອນວ່າມັນປຽບເໝືອນໃບເບີກທາງ ໃນການເຂົ້າໄປຫາຕະຫລາດ ສົ່ງອອກຜະລິດຕະພັນໄມ້ໃໝ່ ແລະ ກວ້າງຂວາງກວ່າເກົ່າເຊັ່ນ: ສະຫະພາບເອີຣົບ, ອາເມລິກາ, ຈີນ, ອົດສະຕາລີ, ຍີ່ປຸ່ນ, ສ.ເກົາຫລີ ແລະ ບັນດາປະເທດອາຊຽນ ທີ່ສົນໃຈນໍາເຂົ້າໄມ້ ແລະ ຜະລິດຕະພັນໄມ້ ທີ່ຖືກຕ້ອງຕາມກົດໝາຍ.

ສະຫະພາບ​ເອີຣົບ​ ໄດ້​ລິ​ເລີ່​ມ​ແຜນ​ງານ​ການ ຈັດ​ຕັ້ງ​ປະຕິບັດ​ກົດໝາຍ​ປ່າ​ໄມ້ຂອງຕົນຢ່າງເຂັ້ມງວດ ເພື່ອ​ສະກັດ​ກັ້ນ​ການ​ຂຸດ​ຄົ້ນ​ໄມ້ ​ທີ່​ຜິດ​ກົດໝາຍ​ໃນ​ທົ່ວ​ໂລກ ແລະ ພວມ​ໄດ້​ກະກຽມ​ການ​ເຈລະຈາ ​ຂໍ້​ຕົກລົງການ​ເຂົ້າ​ເປັນ​ຄູ່​ຮ່ວມ​ສັນຍາ​ການ​ຄ້າ​ໄມ້​ແບບ​ສະໝັກ​ໃຈ ກັບ​ບັນດາ​ປະ​ເທດ​ຜະລິດ​ໄມ້ ​ເພື່ອ​ຢັ້ງຢືນ​ຄວາມ​ຖືກຕ້ອງ​ຂອງ​ໄມ້ ​ທີ່​ຈະ​ສົ່ງ​ອອກ​ໄປ​ຕະຫລາດ​ເອີ​ຣົບ ແລະ ລາວ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ ທີ່​ເລີ່​ມ​ເຈລະຈາຂໍ້ຕົກລົງດັ່ງກ່າວ, ພາຍຫລັງໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ ​ໂຄງການ GIZ ​ແຫ່ງ​ປະ​ເທດ​ເຢຍລະ​ມັນ ຕໍ່ການ​ສະໜັບສະໜູນ​ແຜນ​ງານ​ ການຈັດ​ຕັ້ງ​ປະຕິບັດ​ກົດໝາ​ຍປ່າ​ໄມ້, ການ​ຄຸ້ມ​ຄອງ ​ແລະ ການ​ຄ້າ​ໄມ້ລະຫວ່າງ ສປປ ລາວ ​ແລະ ສະຫະພາບ​ເອີ​ລົບ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!