ສປປ ລາວຈະເປີດນໍາໃຊ້ອາຄານບ່ອນລໍຖ້າຜູ້ໂດຍສານຂຶ້ນເຮືອບິນແຫ່ງໃຫມ່ທ້າຍປີ 2018 ນີ້

ວັນທີ 8 ສິງຫາ 2017 ໂຄງການກໍ່ສ້າງ ແລະ ຂະຫຍາຍສະໜາມບິນສາກົນວັດໄຕ (ໂຄງການກູ້ຢືມເງິນຈຳນວນ 9 ຕື້ເຢັນ ຫຼື ປະມານ 658 ຕື້ກີບ) ມີຄືບຫນ້າຫລາຍກວ່າ 60 % ແລະ ຄາດວ່າເປີດນໍາໃຊ້ຫ້ອງລໍຖ້າຜູ້ໂດຍສານທ້າຍປີ 2018 ນີ້.
ໂຄງການດັ່ງກ່າວແມ່ນໂຄງການຂະຫຍາຍ ສິ່ງອຳນວຍຄວາມສະດວກໃນການບໍລິການຜູ້ໂດຍສານ ເພື່ອບັນລຸເປົ້າໝາຍໃນການຮັກສາຄວາມສະດວກ ແລະ ຄວາມປອດໄພ, ຕອບສະໜອງຄວາມຕ້ອງການຂອງການເພີ່ມຂຶ້ນຂອງການບິນ ທີ່ສະໜາມບິນສາກົນ ວັດໄຕທີ່ມີທ່າອ່ຽງວ່າຜູ້ນຳໃຊ້ສະໜາມບິນຈະມີເຖິງ 2 ລ້ານຄົນ ພາຍໃນປີ 2023.

ໃນເດືອນທັນວາ 2015 ໄດ້ມີການວາງສີລາລືກ ລະຫວ່າງທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງລາວ ແລະ ທ່ານ ອິຊິອິ ເຄອິຈິ ລັດຖະມົນຕີກະຊວງທີ່ດິນ, ພື້ນຖານໂຄງລ່າງ, ຂົນສົ່ງ ແລະ ທ່ອງທ່ຽວຍີ່ປຸ່ນ ແລະ ການກໍ່ສ້າງຂອງໂຄງການໄດ້ຖືກລິເລີ່ມຫລັງພິທີດັ່ງກ່າວ ແລະ ຈະໃຫ້ສຳເລັດໃນຕົ້ນປີ 2018. ປັດຈຸບັນ ໂຄງການດັ່ງກ່າວແມ່ນດຳເນີນມາເປັນເວລາ 1 ປີ ແລະ ມີຄວາມກ້າວໜ້າຂຶ້ນເລື້ອຍໆ.

ໃນເດືອນທັນວາ 2016, ເບື້ອງຕາເວັນຕົກຂອງສະໜາມບິນສາກົນໄດ້ມີການເທພື້ນ-ເສົາ ແລະ ອື່ນໆຂຶ້ນ ແລະ ເບື້ອງຕາເວັນອອກ ແລະ ສະໜາມບິນພາຍໃນນັ້ນ ໄດ້ມີການກໍ່ສ້າງເສົາເຂັມທີ່ຮອງຮັບອາຄານຂຶ້ນ. ນອກຈາກນີ້ ແມ່ນມີແຜນຈະເປີດນຳໃຊ້ເບື້ອງຕາເວັນຕົກອາຄານເຊື່ອມຕໍ່ເຮືອບິນໃນເດືອນສິງຫາ 2017, ສ່ວນເບື້ອງຕາເວັນອອກຂອງສະໜາມບິນນີ້ ແມ່ນຈະເປີດໃຊ້ໃນເດືອນທັນວາ 2017 ເຊັ່ນກັນ.

ເຕັກໂນໂລຊີທີ່ມີຄຸນນະພາບສູງຂອງຍີ່ປຸ່ນນີ້ ໄດ້ສະໜອງພື້ນຖານເຕັກໂນໂລຊີໃຫ້ແກ່ໂຄງການດັ່ງກ່າວ ເນື່ອງຈາກໂຄງການນີ້ແມ່ນຮຽກຮ້ອງເຖິງຄຸນນະພາບສູງ ເພື່ອຕອບສະໜອງຄວາມຕ້ອງ ການການບິນທີ່ເພີ່ມຂຶ້ນໃນແຕ່ລະປີ ກໍຄືຄວາມຕ້ອງການພັດທະນາລະດັບການບໍລິການ, ການຮັບມືກັບໄພພິບັດທຳມະຊາດ ແລະ ອຳນວຍຄວາມສະດວກອື່ນໆທີ່ເໝາະສົມ ໂດຍສະເພາະການກໍ່ສ້າງລະບົບທໍ່ນ້ຳເປື້ອນທີ່ບຳບັດສິ່ງເສດເຫລືອທີ່ຖືກສົ່ງອອກມາຈາກອາຄານຜູ້ໂດຍສານນີ້ ແມ່ນນຳໃຊ້ລະບົບຊ່ອງກອງນ້ຳດ້ວຍແຮງລົມອົກຊີແຊນ ເພື່ອຄວບຄຸມການໄຫລວຽນຂອງນ້ຳ (Moving-bed Circulation System) ມີຄວາມສາມາດໃນການບຳບັດນ້ຳເປື້ອນໄດ້ເຖິງ 7 ເທົ່າ ເມື່ອທຽບໃສ່ລະບົບບຳບັດນ້ຳທຳມະຊາດ ຖືວ່າເປັນເຕັກໂນໂລຊີທີ່ສູງຂອງບໍລິສັດຍີ່ປຸ່ນ ທີ່ນຳໃຊ້ເປັນເທື່ອທຳອິດໃນປະເທດລາວ.

ໂຄງການຂະຫຍາຍພື້ນຖານໂຄງລ່າງນີ້ໄດ້ຖືກປະກາດຂຶ້ນຢູ່ກອງປະຊຸມສຸດຍອດຜູ້ນຳ G7 ທີ່ເຂດອິເສະ-ຊິມະ ໃນປີ 2016 ທີ່ປະເທດຍີ່ປຸ່ນ. ໂຄງການນີ້ເປັນການສ້າງແຜນການລິເລີ່ມດັ່ງກ່າວ ໃຫ້ເປັນຮູບປະທຳ ທີ່ສະໜາມບິນສາກົນວຽງຈັນ ອັນເປັນໂສມໜ້າຂອງນະຄອນຫລວງວຽງຈັນ ກໍຄືປະເທດລາວ. ນອກຈາກນີ້ ໃນກອງປະຊຸມສຸດຍອດ ASEAN ໃນປີ 2016, ທ່ານນາຍົກ ອາເບະ ແລະ ທ່ານນາຍົກ ທອງລຸນ ສີສຸລິດ ໄດ້ປະກາດແຜນຮ່ວມມື ເພື່ອການພັດທະນາ ລາວ-ຍີ່ປຸ່ນ ຮ່ວມກັນ ເຊິ່ງເປັນແຜນທີ່ແນໃສ່ຫລຸດພົ້ນອອກຈາກສະຖານະດ້ອຍພັດທະນາຂອງປະເທດລາວ, ທັງຍັງແມ່ນການຮ່ວມມືສຳຄັນຂອງຍີ່ປຸ່ນ ເພື່ອຊ່ວຍໃຫ້ປະເທດລາວບັນລຸການພັດທະນາທີ່ຕັ້ງໄວ້.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ