ສຕລ ເປີດຮັບສະໜັກ ໂມສອນບານເຕະ ທີ່ສົນໃຈ ເຂົ້າຮ່ວມ ລາວພຣີເມຍລີກ 2017

ສະຫະພັນບານເຕະ ແຫ່ງຊາດລາວ ໄດ້ອອກມາປະກາດ ຜ່ານ facebook fan page ຂອງສະຫະພັນ ພາຍຫຼັງທີ່ມີກະແສ ຄວາມບໍ່ແນ່ນອນຂອງ ການແຂ່ງຂັນ ບານເຕະລາວພຣີເມຍລີກ 2017 ໂດຍມີເນື້ອໃນດັ່ງລຸ່ມນີ້
“ຄະນະກໍາມະການ ຈັດການແຂ່ງຂັນ ລາວພຣີເມຍລີກ (ລພລ) ປະຈຳປີ 2017 ຂໍຖືເປັນກຽດ ແຈ້ງມາຍັງບັນດາທ່ານ ຊາບວ່າ ພວກເຮົາຈະໄດ້ຈັດ ການແຂ່ງຂັນບານເຕະ ລາວພຣີເມຍລີກ ປະຈໍາປີ 2017 ເຊິ່ງຈະເລີ່ມ ການແຂ່ງຂັນໃນທ້າຍເດືອນ ກຸມພາ 2017 ທີ່ຈະມາເຖິງນີ້. ລພລ ມີຄວາມປະສົງຮັບ ສະໜັກສະໂມສອນ ບານເຕະໃໝ່ ທົ່ວປະເທດ ທີ່ມີຄວາມສົນໃຈ ເຂົ້າຮ່ວມການແຂ່ງຂັນ ໃນລະດູການ 2017 ນີ້ ແລະ ເພື່ອເປັນການກະກຽມ ຄວາມພ້ອມຂອງບັນດາ ສະໂມສອນ ໃນການເຂົ້າຮ່ວມ ການແຂ່ງຂັນດັ່ງກ່າວ ແມ່ນໃຫ້ເລິ່ມ ການຝຶກແອບ, ຄັດເລືອກນັກກິລາ, ຄູຝຶກ ແລະ ປະກອບເອກະສານ ໃນການລົງທະບຽນ ນັກກິລາຂອງຕົນ ທັງສັນຊາດລາວ ແລະ ຕ່າງປະເທດ ເພື່ອໃຫ້ທ່ວງທັນກັບເວລາ ທີ່ກໍານົດໄວ້ຂ້າງລຸ່ມນີ້.

ໃຫ້ແຕ່ລະສະໂມສອນ (ໃໝ່) ສົ່ງແບບຟອມ ຕອບຮັບການເຂົ້າຮ່ວມ ບໍ່ກາຍວັນທີ 10 ກຸມພາ 2017 ເຖິ່ງຄະນະຮັບຜິດຊອບ ຈັດການແຂ່ງຂັນ ລາວພຣີເມຍລີກ ທີ່ຫ້ອງການ ສະຫະພັນບານເຕະ ແຫ່ງຊາດລາວ. ຫຼັງຈາກນັ້ນແມ່ນ ຈະໄດ້ເປີດກອງປະຊຸມ ປຶກສາຫາລື ເລື່ອງຕາຕະລາງການແຂ່ງຂັນ ແລະ ສະໜາມ ພ້ອມດ້ວຍກົດລະບຽບ ໂດຍຈະແຈ້ງມື້ປະຊຸມໃນພາຍຫຼັງ.

ສອບຖາມຂໍ້ມູນເພີ່ມເຕີມ: ຈັນທະວົງ ສີລິມະໂນທໍາ 020 9951 2087
Email : LaoPremierLeague@LaoFF.org.la
(Lao Premier League Competition Committee) “.

ຂອບໃຈຂໍ້ມູນ ແລະ ຮູບພາບຈາກ: ສະຫະພັນບານເຕະແຫ່ງຊາດລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!