ສຕລ ສັ່ງຫ້າມ 18 ນັກເຕະດັງ ທີມຊາດລາວຊຸດໃຫຍ່ ຊຸດປີ 2017ເກືອບຍົກທີມລົງ ຫຼັງພົບຄະດີລົ້ມບານ

ວ່າດ້ວຍການລົ້ມບານ ມັນສະທ້ອນແບບສະໜັ່ນຫວັ່ນໄຫວຕໍ່ກັບວົງການບານເຕະລາວ ເລີ່ມຈາກຕົ້ນປີ 2017 ຫາກໍ່ກວາດລ້າງໄປຄັ້ງໃຫຍ່ ຫຼ້າສຸດຕົ້ນປີ 2018 ເກີດຂຶ້ນອີກ ແລະ ສະຫະພັນບານເຕະແຫ່ງຊາດລາວ ສັ່ງຫ້າມ 18 ນັກເຕະດັງ ທີມຊາດລາວຊຸດໃຫຍ່ ຊຸດປີ 2017ເກືອບຍົກທີມ ຫ້າມລົງແຂ່ງຂັນທຸກລາຍການຊົ່ວຄາວ ເພື່ອສືບສວນຫາຄວາມຊັດເຈນ ກ່ອນຕັດສິນຄັ້ງຕໍ່ໄປ.

ລາຍລະອຽດຕາມແຈ້ງການຫລ້າສຸດຂອງສະຫະພັນບານເຕະແຫ່ງຊາດລາວທີ່ອອກມາເມື່ອວັນທີ 3 ມັງກອນ2018

ອີງຕາມໃບແຈ້ງການຂອງ ສະຫະພັນບານເຕະແຫ່ງຊາດລາວ ເລກທີ 005 ນະຄອນຫຼວງວຽງຈັນ ແຈ້ງວ່າ: ຕາມການຕົກລົງເຫັນດີຂອງ ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ຂໍຖືເປັນກຽດແຈ້ງມາຍັງນັກເຕະທີ່ມີຊື່ດັ່ງລຸ່ມນີ້:

ແຫລ່ງຂ່າວ: ລາວອັບເດດ