ສຕລ ຍັງຫາເລຂາທິການຄົນໃໝ່ບໍ່ໄດ້! ຮອງຂຶ້ນຮັກສາການເລຂາທິການໄປກ່ອນ

ໃນວັນຈັນ 15 ມັງກອນ 2018 ເວລາ 15:00 ໂມງ, ຢູ່ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ ໄດ້ມີພິທີເຊັນບົດບັນທຶກ ມອບ – ຮັບ ວຽກງານ ລະຫວ່າງ ທ່ານ ປອ ໄຊບັນດິດ ຣາຊະພົນ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ແລະ ທ່ານ ນາງ ຍອດແກ້ວ ພາວະດີ ຮອງເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ. ໂດຍການເປັນສັກຂີພະຍານ ຂອງ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິຫານງານ ແລະ ບັນດາຫົວຫນ້າພະແນກຕ່າງໆ ພາຍໃນຫ້ອງການ ສະຫະພັນບານເຕະແຫ່ງຊາດລາວ.

ເພື່ອປະຕິບັດຕາມການຕົກລົງເຫັນດີຂອງຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ແລະ ອີງຕາມຈຸດປະສົງຂໍລາອອກຈາກຕຳແຫນ່ງຂອງ ທ່ານ ປອ ໄຊບັນດິດ ຣາຊະພົນ. ທາງຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ ໄດ້ຕົກລົງເຫັນດີເປັນເອກະພາບມອບໃຫ້ ທ່ານ ນາງ ຍອດແກ້ວ ພາວະດີ ຮອງເລຂາທິການ ຂຶ້ນເປັນ ຮັກສາການ ເລຂາທິການ ສະຫະພັນບານ ເຕະແຫ່ງຊາດລາວ ເຊິ່ງມີຜົນສັກສິດ ນັບຕັ້ງແຕ່ວັນທີ 8 ມັງກອນ 2018 ເປັນຕົ້ນໄປ. ຈຸດປະສົງກໍ່ເພື່ອຮັບປະກັນໃຫ້ວຽກງານຂອງ ສຕລ ໄດ້ສືບຕໍ່ດຳເນີນໄປຢ່າງຕໍ່ເນື່ອງ ພ້ອມທັງຮັບປະກັນການພົວພັນລະຫວ່າງສະຫະພັນບານເຕະແຫ່ງຊາດລາວ ຕໍ່ກັບ FIFA, AFC, AFF ແລະ ສະຫະພັນບານເຕະອ້ອມຂ້າງ.

 

ແຫລ່ງຂ່າວ: ສະຫະພັນບານເຕະແຫ່ງຊາດລາວ