“ວຽງຈັນເຊັນເຕີ ສູນລວມແຫ່ງໃໝ່ໃນວຽງຈັນ”

0
2377

Landscape-of-phrase-I-300x239

 

bird-eye-view

 

ໂຄງການ“ວຽງ​ຈັນ​ເຊັນ​ເຕີ” ໄດ້ເລີ່ມເຊັນ​ສັນ​ຍາ​ເຈດ​ຈຳ​ນົງ​ກັບ​ລູກ​ຄ້າ​ໃນ​ວັນ​ທີ່ 24 ເດືອນ 9 ນີ້,  ແລະ ຜົນຕອບຮັບຈາກການ​ຕະຫຼາດກໍ່ເປັນຢ່າງດີ.

ໄລຍະນີ້, ການກໍ່​ສ້າງ​ໂຄງ​ການດັ່ງ​ກ່າວ​ໄດ້ “ໄດ້ພົ້ນເດັ່ນຂື້ນສູ່ໜ້າດິນ” ແລ້ວ, ອີງຕາມ​ຄວາມ​ຄືບ​ໜ້າ​ຂອງ​ການກໍ່​ສ້າງ​ໃນ​ປະ​ຈຸ​ບັນ, ​ຄາດ​​ວ່າຈະສຳ​ເລັດ​ການຕັດຫຼັງ​ຄາ​ໃນ​ທ້າຍ​ປີ​ນີ້, ແລ້ວກໍ່​ຈະ​​ສົ່ງມອບ​ຮ້ານໃຫ້​ລູກ​ຄ້າ​ດຳ​ເນີນ​ການ​ຕົບ​ແຕ່ງ​ໄດ້​ໃນ​ເດືອນ 4 ປີ 2014 ນີ້, ແລະ ໃນທ້າຍ​ປີ 2014 ຈະໄດ້ເລີ່ມ​ຕົ້​ນ​ທົດ​ລອງເປີດ​ກິດ​ຈະ​ການ​; ເຊິ່ງ​ສິນ​ຄ້າ​ແບ​ຣນ​ເນມ​ຂອງ ​ກຸ່ມ​ບໍ​ລິ​ສັດ CMG ( Central Marketing Group) ຈາກ​ປະ​ເທດ​ໄທ​ເຊັ່ນວ່າ: ​ສິ​ນ​ຄ້າ​ຍີ່​ຫໍ້ Lee Kids, Gen2, Pup pet, Casualist, John Henry, Lee, Wranger, Casio, Guess watch, Jocky, Hush Puppies ເຫຼົ່າ​ນີ້​ເປັນ​ຕົ້ນ, ໃນເຄືອຄ່າຍຂອງ ICC ( International Public Company ) ຈະມີຍີຫໍ້ດັງຕໍ່ໄປນີ້: Guy Laraoche, Arrow, BSC Cosmetology, Wacoal, Louis Fontaine ທີ່ເປັນຕົ້ນ ແລະ ກໍ່​ຈະໄດ້​ເຂົ້າ​ມາ​ວາງ​ຈຳ​ໜ່າຍ​ຢູ່​ໃນ​ໂຄງ​ການດັ່ງກ່າວນີ້ເຊັ່ນ​ກັນ; ພ້ອມ​ດຽວ​ກັນ​ນີ້, ​ຍັງຈະມີຫ້າງຮ້ານທີ່ມີຍີ່ຫໍ້ຊື່ສຽງໂດງດັງ ແລະ ມີທຸ​ລະ​ກິດໂຮງ​ຮູບ​ເງົາຫຼາຍໆ​ແຫ່ງກໍ່​ພວມ​ເຈ​ລະ​ຈາ​ກັບເຈົ້າຂອງ​ໂຄງ​ການ​ຢູ່,ໂຄງ​ການດັ່ງ​ກ່າວນີ້​ຈະ​ກາຍ​ເປັນ​ສູນ​ລວມ​ສີວິໄລຢູ່ໃນໃຈກາງຕົວເມືອງແຫ່ງທຳອິດຂອງ ນະຄອນຫຼວງວຽງ​ຈັນ, ເປັນສູນລວມແຟຊັນແບບສາກົນ, ເຄື່ອງສຳອາງ, ກະເປົ໋າ, ເຄື່ອງປະດັບໄຂ່ມຸກທີ່ມີລະດັບ ແລະ ອາຫານນານາຊາດ, SPA, ໂຮງ​ຮູບ​ເງົາທີ່ທັນສະໄຫມ ແລະ ອື່ນໆ, ຊາວ​ລາວ​ບໍ່​ຈຳ​ເປັນ​​ຕ້ອງ​ຂ້າມໄປປະ​ເທດ​ໄທອີກ ​ແລະ ຢູ່ທີ່ນີ້ກໍ່ສາ​ມາດຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ບໍ​ລິ​ໂພກ​ໄດ້​ຢ່າງເຕັມ​ອັດ​ຖະ​ລົດ. ຫຼາຍ​ຫົວ​ໜ່ວຍ​ທຸ​ລະ​ກິດ​ໄດ້ເຫັນທ່າແຮງທີ່ສຳຄັນຂອງ​ໂຄງ​ການນີ້, ກໍ່​ເລີຍຫຼັ່​ງ​ໄຫຼ​ເຂົ້າ​ມາ​ເຊັນ​ສັນ​ຍາ​ພ້ອມ​ທັງ​ຈ່າຍ​ເງິນ​ມັດ​ຈຳ​ກັບ ​“ວຽງ​ຈັນ​ເຊັນ​ເຕີ” ນີ້ໄດ້ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ.

ໂຄງການ​ “ວຽງ​ຈັນ​ເຊັນ​ເຕີ” ແມ່ນບໍລິສັດລົງທຶນຕ່າງປະເທດ ແຂວງຢຸນນານ ຈໍາກັດ ແລະ ບໍລິສັດ  ກຣິດຕະພົງກຣຸບ ຈໍາກັດ (ປະເທດລາວ) ຮ່ວມກັນສ້າງບໍລິສັດ ພັດທະນາສູນເສດຖະກິດການຄ້າຄົບວົງຈອນຫນອງຈັນເຫນືອ ຈໍາກັດ ເປັນຜູ້ດໍາເນີນໂຄງການ, ແລະ ມີ ບໍລິສັດ ທີ່ປຶກສາດ້ານການອອກແບບສິງກະໂປ ເປັນຜູ້ຮັບຜິດຊອບສ້າງແຜນຜັງ ແລະ ອອກແບບ. ໂຄງການນີ້ຈະນໍາເອົາບົດຮຽນສາກົນ ແລະຮູບແບບການດໍາເນີນທຸລະກິດສາກົນເຂົ້າຢູ່ໃນການພັດທະນາ ນະຄອນຫຼວງວຽງຈັນ. ໂຄງການນີ້ທັງເປັນໂຄງການການຮ່ວມມືລະຫວ່າແຂວງ ຢຸນນານ ແລະ ນະຄອນຫຼວງວຽງຈັນ, ສະນັ້ນ ໂຄງການ​“ວຽງ​ຈັນ​ເຊັນ​ເຕີ” ໄດ້ຖືເປັນໂຄງການອັນສໍາຄັນຂອງອໍານາດການປົກຄອງ ນະຄອນຫຼວງວຽງຈັນ ແລະ ແຂວງ ຢຸນນານ ຢ່າງສູງສຸດ. ນັບ​ແຕ່​ໂຄງ​ການ​ນີ້​​ໄດ້​ເລີ່ມກໍ່​ສ້າງ​ເປັນ​ຕົ້ນ​ມາ, ຄົນ​ງານ​ທຸກ​ຄົນ​ໄດ້​​ຜ່ານ​ຜ່າຫຼາຍໆປັດ​ໃຈ​ຂໍ້​ຫ​ຍຸ້ງຍາກ​ເປັນ​ຕົ້ນ​ກໍ່​​ແມ່ນ: ຝົນ​​ແຮງ​ຕົກລິນ, ແຮງ​ງານຂາດເຂີນ​, ຂາດ​ແຄນ​ວັດ​ຖຸ, ເຮັດ​ວຽກ​ພາຍ​ໃຕ້​ອຸ​ນະ​ພູ​ມຮ້ອນເອົ້າ, ແຕ່​ເຂົາ​ເຈົ້າ​ກໍ່​ເຮັດ​ວຽກ​ມີ​ຄຸນ​ນະ​ພາບ, ປອດ​ໄພ​ແລະ​ມີ​ລະ​ບຽບ​ວິ​ໄນ, ຈັດ​ສັນ​ວ​ຽກ​ງານບໍ່​ໃຫ້​ມີ​ຊ່ອງ​ໂຫວ່, ຫັດ​ກຸມ​ຄຸມ​ເຂັ້ມ, ຫຼັງຈາກຜ່ານ​ການ​ບາກ​ບັ່ນເປັນ​ເວ​ລາ ​4 ເດືອນຕໍ່​ເນື່ອງຈົນເຖິງ​ປະ​ຈຸ​ບັນ​ນີ້​ໄດ້​ສຳ​ເລັດການກໍ່​ສ້າງຂັ້ນຕົ້ນ ແລະ ກຳລັງສືບຕໍ່ດຳເນີນການກໍ່ສ້າງຊັ້ນທີ່ສອງ.

ອາຄານ​ “ວຽງ​ຈັນ​ເຊັນ​ເຕີ” ຕັ້ງຢູ່ທີ່ເຂດຈຸດສູນການຄ້າຂອງ ນະຄອນຫຼວງວຽງຈັນ, ມີທິວທັດທໍາມະຊາດຂອງ ໜອງຈັນເໜືອ, ແມ່ນໂຄງການຕົວເມືອງຄົບວົງຈອນແຫ່ງທີ່ 1 ຂອງນະຄອນຫຼວງວຽງຈັນ. ມີແບບການຈັດສັນເຊັ່ນ: ຫ້າງສັບພະສິນຄ້າຄົບວົງຈອນ, ໂຮງໜັງ, ຫ້ອງການ, ໂຮງແຮມ 4 ດາວ, ສະໂມສອນພົບປະ, ອາພາດເມັນ ແລະ ກິດຈະການອື່ນໆ. ເນື້ອທີ່ໂຄງການທັງຫມົດມີ 5,3 ເຮັກຕາ, ເນື້ອທີ່ການກໍ່ສ້າງຂອງໂຄງການມີ 120 ພັນຕາລາແມັດ (ໜ້າພື້ນດິນ 90,966 ㎡, ພື້ນດິນມີ 30,852 ㎡). ສູນການຄ້າ ແລະ ຕຶກຫ້ອງການໄລຍະທີ່1ເນື້ອທີ່ສູນການຄ້າມີ 36,673㎡, ເນື້ອທີ່ຕຶກຫ້ອງການມີ 14,584㎡, ຜັງ​ໄລ​ຍະ​ທີ່ 1 ແລະ 2 ມີ​ບ່ອນ​ຈອດ​ລົດກ່ວາ 1,100 ບ່ອນ.

ໂຄງ​ການນີ້​ຈະ​ກາຍ​ເປັນຫຼັກ​ໝາຍ​ທີ່​ຊັກ​ນຳ​ການ​ຄ້າ​ຢູ່ ນະ​ຄອນຫຼວງວຽງຈັນ, ຈະ​​ນຳເອົາປະ​ສົບ​ການ​ໃໝ່​ໃນ​ການ​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ເມືອງຫຼວງ​ ແບບລະ​ດັບ​ສາ​ກົນ​ມາໃຫ້​​ປະ​ຊາ​ຊົນ​ຊາວນະ​ຄອນ​ຫຼວງວຽງ​ຈັນ.

bird-eye view