ວິທີແຕ່ງໜ້າ ສຳລັບສາວທີ່ມີຮູ​ຂຸມ​ຂົນ​ກວ້າງ

1

ບັນຫາ ຮູຂຸມ​ຂົນ​ກວ້າງ ນັບ​ເປັນ​ບັນຫາ​ທີ່​ເຮັດໃຫ້​ສາວໆ ກຸ້ມ​ໃຈ​ໄປ​ຕາມໆ ກັນ ເພາະ​ນອກ​ຈາກ​ຈະ​ແກ້​ໄດ້​ຍາກ​ແລ້ວ ຍັງ​ເຮັດໃຫ້​ແຕ່ງ​ໜ້າ​ອອກ​ມາ​ເບິ່ງ​ບໍ່​ນຽນ​ໃສ​ອີກ​ດ້ວຍ ມື້​ນີ້ ​ເລີຍ​ມີ​ເຄັດ​ລັບ​ການ​ເບິ່ງແຍງ​ຜິວ​ໜ້າ​ ແລະ​ ແຕ່ງ​ໜ້າ​ສຳລັບ​ສາວໆ ທີ່​ມີ​ຮູ​ຂຸມ​ຂົນ​ກວ້າງ​ມາ​ຝາກ ໃຫ້​ສາວໆ
1. ໃຊ້​ໂທນ​ເນີກ່ອນ​ລົງ​ເຄື່ອງ​ສຳ​ອາງ ໂດຍໂທນ​ເນີ​ໃຫ້​ເລືອກ​ທີ່​ເໝາະ​ສົມ​ກັບ​ຜິວ ແລ້ວ​ໃຊ້​ສຳ​ລີ​ຊຸບ​ກ່ອນ​ເຊັດ​ໃຫ້​ທົ່ວ​ໃບ​ໜ້າ​ຈົນ​ຮູ້ສຶກ​ເຖິງ​ຄວາມ​ສະ​ອາດ
2. ໃຊ້​ນ້ຳກ້ອນ ​ຫລື​ ນ້ຳ​ເຢັນ​ເປັນ​ຕົວ​ຊ່ວຍ​ໃຫ້ຮູ​ຂຸມ​ຂົນນ້ອຍລົງ ການ​ໃຊ້​ນ້ຳ​ກ້ອນ ​ຫລື ​ນ້ຳ​ເຢັນ​ທາ​ເທິງ​ໃບ​ໜ້າ​ນອກ​ຈາກ​ຈະ​ເຮັດໃຫ້​ຮູ​ຂຸມ​ຂົນ​ນ້ອຍແລ້ວ​ຍັງ​ເປັນ ການ​ເພີ່ມ​ຄວາມ​ຊຸ່ມ​ຊື້ນ​ໃຫ້​ກັບ​ຜິວ​ອີກ​ດ້ວຍ ດັ່ງ​ນັ້ນ​ການ​ໃຊ້​ນ້ຳ​ກ້ອນ ຫລື​ ນ້ຳ​ເຢັນ​ທາ​ໃບ​ໜ້າ​ບໍ່​ໄດ້​ເຮັດ​ຮ້າຍ​ຜິວ​ໜ້າ​ທ່ານ​ເລີຍ​ ເຮັດ​ທຸກ​ມື້​ໄດ້ ບໍ່ກໍ່​ເສຍ​ຫາຍ ແຖມ​ໃຫ້​ຜົນດີີ​ອີກ​ດ້ວຍ
3. ທາ​ມອຍ​ເຈີ​ໄລ​ເຊີ ມອຍ​ເຈີ​ໄລ​ເຊີເປັນ​ສິ່ງ​ທີ່​ໃຫ້​ຊ່ວຍ​ໃຫ້​ຄວາມ​ຊຸ່ມ​ຊື້ນ​ກັບ​ຜິວ ແຕ່​ສຳລັບ​ຜູ້​ທີ່​ມີ​ຮູຂຸມ​ຂົນ​ກວ້າງ​ແລ້ວ ຄວນ​ໃຊ້​ມອຍເຈີ​ໄລ​ເຊີ​ໃຫ້​ຖືກ​ວິທີ ໂດຍ​ຄ່ອຍ​ໆ ນວດ​ມັນ​ໃຫ້​ຊຶມ​ຊັບ​ລົງ​ໃນ​ຜິວ​ເບົາໆ ການ​ລົງ​ມອຍເຈີ​ໄລ​ເຊີ​ນອກ​ຈາກ​ຈະ​ບຳ​ລຸງ​ຜິວ​ແລ້ວ​ຍັງ​ເຮັດໃຫ້​ທ່ານ​ເກ່ຍ​ຮອງ​ພື້ນ​ໄດ້​ງ່າຍ ແລະ​ຕິດ​ທົນ​ດົນ​ອີກ​ດ້ວຍ
4. ເມື່ອ​ທາ​ມອຍ​ເຈີ​ໄລ​ເຊີແລ້ວ ໃຫ້​ທາ​ຜະລິດຕະພັນ​ຄວບ​ຄຸມ​ຄວາມ​ມັນ​ເປັນ​ອັນ​ດັບ​ຕໍ່ໄປ ເພື່ອ​ເພີ່ມ​ປະ​ສິດ​ທິ​ພາບ​ໃນ​ການ​ຄວບ​ຄຸມ​ຄວາມ​ມັນ​
5. ລົງ​ຮອງ​ພື້ນ ເຖິງແມ່ນວ່າ​ສາວໆ ຈະ​ໃຊ້​ຮອງ​ພື້ນ​ໃນ​ການ​ປົກ​ປິດ​ຮູ​ຂຸມ​ຂົນ​ທີ່​ກວ້າງ​ໃຫ້​ເບິ່ງ​ນຽນ​ຂຶ້ນ ແຕ່​ພະຍາຍາມ​ຫລີກ​ລ້ຽງ​ການ​ໃຊ້​ຮອງ​ພື້ນ​ທີ່​ຫລາຍ​ເກີນ​ໄປ​ ເພາະ​ມັນ​ຍິ່ງ​ຈະ​ເຮັດໃຫ້​ຮອງ​ພື້ນ​ໄປ​ອຸດ​ຕັນ​ຮູ​ຂຸມ​ຂົນ​ຈົນ​ຍິ່ງ​ເຫັນ​ຮູ​ຂຸມ​ຂົນ​ແຈ້ງ​ຂຶ້ນ​ໄປ​ອີກ ດັ່ງ​ນັ້ນ ເຈົ້າ​ຄວນ​ໃຊ້​ຮອງ​ພື້ນ​ແບບ​ນ້ຳ​ທີ່​ກົມ​ກືນ​ໄປ​ກັບ​ຜິວ​ໜ້າ​ດີກວ່າ ແລ້ວ​ຕາມ​ດ້ວຍ​ແປ້ງ​ຝຸ່ນ​
6. ບໍ່​ຄວນ​ໃຊ້​ແປ້ງ​ປະສົມ​ຮອງ​ພື້ນ ເພາະ​ທ່ານລົງ​ຮອງ​ພື້ນ​ໄປ​ແລ້ວ ດັ່ງ​ນັ້ນ​ໃຫ້​ລົງ​ແປ້ງ​ຝຸ່ນ​ເທົ່າ​ນັ້ນ ເພາະ​ແປ້ງ​ປະສົມ​ຮອງ​ພື້ນ​ຈະ​ເຮັດໃຫ້​ໜ້າ​ເບິ່ງ​ໜັກ​ຫລາຍ​ຂຶ້ນ​ໄປ​ອີກ ຍິ່ງ​ທ່ານຈັບມາ​ຕົບ​ແປ້ງ​ລະຫວ່າງ​ມື້​ແລ້ວ ຍິ່ງ​ເຮັດໃຫ້​ຮອງ​ພື້ນ​ໜາ​​ຂຶ້ນ ຈົນ​ອຸດ​ຕັນ​ຮູຂຸມ​ຂົນ​ ແລະ ​ໃນ​ທີ່ສຸດ​ຮູຂຸມ​ຂົນ​ຂອງ​ທ່ານກໍ​ຈະ​ຍິ່ງ​ກວ້າງ​ຂຶ້ນ​ໄປ​ອີກ​ດ້ວຍ