ວິທີການສັງເກດ ແລະ ປ້ອງກັນກ່ອນປຸງແຕ່ງອາຫານທີ່ອາດມີສານປົນເປື້ອນ ຫຼື ສານຟໍມາລີນ

1
8690

ເພື່ອຕອບຄໍາຖາມທີ່ນັກອ່ານສົ່ງເຂົ້າມາຢ່າງຫຼວງຫຼາຍກ່ຽວກັບວິທີການກວດສອບວ່າອາຫານທີ່ຂາຍຕາມທ້ອງຕະຫຼາດນັ້ນມີສານຟໍມາລີນ ຫຼື ສານປົນເປື້ອນອື່ນໆໄດ້ແນວໃດ?

ຟໍມາລີນ ເປັນສານຊະນິດໜຶ່ງທີ່ມີພິດປະກອບດ້ວຍ ກ໊າຊຟໍມາດີໄຮ (formaldehyde) ລະລາຍນໍ້າດ້ວຍຄວາມເຂັ້ມຂຸ້ນ 37% ແລະ ມີເມທິນແອລກໍຮໍ (methyl alcohol) ປະມານ 10-15%. ທາງການແພດຈະໃຊ້ໃນການດອງສົບຄົນບໍ່ໃຫ້ເນົ່າເປື່ອຍ ໃຊ້ເປັນຢາດັບກິ່ນຂ້າເຊື້ອໂລກເພາະເຮັດໃຫ້ໂປຣຕີນແຂງໂຕ, ທາງດ້ານອຸດສາຫະກໍາ-ຫັດຖະກໍາໃຊ້ໃນການຍ້ອມໄໝບໍ່ໃຫ້ຍັບ, ສາມາດຂ້າເຊື້ອພະຍາດ ຫຼື ເຊື້ອລາໃນການເກັບຮັກສາພືດຜັກຫຼັງຈາກເກັບກ່ຽວ ແລະ ໃຊ້ປ້ອງກັນແມງໄມ້. ຖ້າຄົນເຮົາດົມ ຫຼື ບໍລິໂພກອາຫານທີ່ມີຟໍມາລີນສູງ ຈະມີຜົນກະທົບຫຼາຍຢ່າງ ເຊັ່ນ: ແສບດັງ, ເຈັບຄໍ, ປອດອັບເສບ, ເຈັບທ້ອງ, ປາກ ແລະ ຄໍແຫ້ງ. ຖ້າຮັບປະທານອາຫານໃນປະລິມານຫຼາຍ ຈະມີອາການປວດຫົວຢ່າງຮຸນແຮງ ແລະ ອື່ນໆ.

ທີມງານລາວໂພສ ໄດ້ຕິດຕໍ່ສໍາພາດເຖິງພະແນກ ອາຫານ ແລະ ຢາ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ສານປົນເປື້ອນ ຫຼື ຟໍມາລີນ ໃນພືດຜັກ-ໝາກໄມ້, ຊີ້ນສັດ ແລະ ອາຫານທະເລ ບໍ່ສາມາດເບິ່ງເຫັນ ຫຼື ກວດພົບໄດ້ດ້ວຍຕາເປົ່າ, ສິ່ງສໍາຄັນຜູ້ຊື້-ຂາຍ ຫຼື ຜູ້ບໍລິໂພກຕ້ອງມີສະຕິໃນການສັງເກດດ້ວຍຕົນເອງ ແລະ ກວດເບິ່ງກ່ອນຈະຊື້ ເຊັ່ນ: ຊີ້ນງົວ-ຄວາຍ ຖ້າຊີ້ນແດງຜິດປົກກະຕິ ຫຼື ແດງຫຼາຍ ເຮົາກໍຄວນລະວັງ ແລະ ອາດບໍ່ເລືອກຊື້; ສ່ວນຊີ້ນໝູຈະອອກສີຈືດໆ, ຂາວໆ, ໝາດໆ ຖ້າຫາກຊື້ມາແລ້ວກໍຄວນເອົາຖີ້ມ; ຈໍາພວກພືດຜັກ-ໝາກ ຄວນດົມໃບ ຫຼື ຫັກກ້ານດົມ ຖ້າມີກິ່ນແສບດັງກໍບໍ່ຄວນຊື້ມາກິນ; ຜັກທີ່ວາງຂາຍມີຄວາມສົດ ຫຼື ໃບງາມເກີນຄວາມຈິງ, ວາງຂາຍດົນແລ້ວແຕ່ບໍ່ແຫ່ວ ກໍບໍ່ຄວນຊື້ ເພາະມັນອາດມີສານຟໍມາລິນ ຫຼື ຢາຂ້າແມງໄມ້ທີ່ຍັງບໍ່ເຊື່ອມຄຸນນະພາບ. ສິ່ງສໍາຄັນກ່ອນຈະປຸງແຕ່ງ ຫຼື ຮັບປະທານຕ້ອງລ້າງດ້ວຍນໍ້າສະອາດຫຼາຍໆເທື່ອ, ແຊ່ນໍ້າສະອາດ (ປະມານ 5-10 ນາທີ) ຫຼື ນໍ້າເກືອໄວ້ຕໍ່າສຸດ 1 ຊົ່ວໂມງ.

“ຈາກການລົງໄປກວດກາໃນແຕ່ລະຄັ້ງ, ພວກອາຫານທະເລທີ່ມີສານປົນເປື້ອນ ຫຼື ສານຟໍມາລິນ ເຫັນຫຼາຍທີ່ສຸດແມ່ນປາໝຶກສີນໍ້າຕານ (ປາໝຶກທີ່ແມ່ຄ້າມັກຈະໃສ່ຕໍາໝີ່, ຕໍາທະເລ ແລະ ອື່ນໆ) ແຕ່ປາໝຶກຂາວຈະບໍ່ຄ່ອຍມີສານປົນເປື້ອນ ແລະ ສາມາດກິນໄດ້, ແຕ່ຖ້າຈະກິນກໍຕ້ອງມີການຕົ້ມດ້ວຍນໍ້າສະອາດ ແລະ ຕ້ອງໃຊ້ເວລາດົນໃນການຕົ້ມ (ບໍ່ໃຫ້ກິນນໍ້າ). ຕອນທີ່ພວກເຮົາກວດພົບກໍເອົາໄປຖີ້ມຢ່າງດຽວ ໃຊ້ນໍ້າມັນຫົດແລ້ວກໍຈູດຖີ້ມເລີຍ” ພະນັກງານ ພະແນກ ອາຫານ ແລະ ຢາ ນະຄອນຫຼວງວຽງຈັນ ກ່າວ.

ນອກນັ້ນ, ອາດເລືອກບໍລິກໂພກພືດຜັກ-ໝາກໄມ້ພື້ນບ້ານເຊັ່ນ: ຜັກຕໍານິນ, ຜັກຂະ (ຜັກເນົ່າ), ຜັກກະເສດ, ໝາກອຶ, ໝາກບວບ ແລະ ຊະນິດອື່ນໆ ເພາະພວກມັນມີຄວາມທົນທານບໍ່ຈໍາເປັນຕ້ອງໃຊ້ສານເຄມີ ຫຼື ຟໍມາລີນ ຖ້າຈະໃສ່ກໍໃສ່ພຽງໜ້ອຍດຽວ; ຖ້າຈະໃຫ້ປອດໄພແທ້ໆຕ້ອງກິນຕາມລະດູການຂອງມັນ (ລະດູຝົນ); ເພາະໃນລະດູຮ້ອນ, ລະດູໜາວ ຜັກຈໍາພວກນີ້ຫາຍາກ ຫຼື ມີແຕ່ຖືກແມງໄມ້ສັງຫານ. ດັ່ງນັ້ນ, ຜູ້ຜະລິດຈຶ່ງຈໍາເປັນຕ້ອງໄດ້ໃຊ້ຢາຂ້າແມງໄມ້ ຫຼື ຟໍມາລີນ. ດັ່ງນັ້ນ, ປະຊາຊົນກໍຄືຜູ້ບໍລິໂພກຕ້ອງມີສະຕິລະວັງຕົວ, ຮູ້ຈັກເລືອກວິທີບໍລິໂພກ, ເລືອກຊື້-ເລືອກຂາຍ ເພື່ອທີ່ຈະປ້ອງກັນໂລກພະຍາດທີ່ອາດເກີດຂຶ້ນຈາກການບໍລິໂພກອາຫານທີ່ມີສານປົນເປື້ອນໄດ້.

 

 

 

 

 

 

ຂຽນໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ຫ້ອງການອາຫານ ແລະ ຢາ ນະຄອນຫຼວງວຽງຈັນ, doctor.or.th

1 COMMENT

  1. ອ່ານໄປ ກະບໍ່ມີຫັຍງທີ່ມັນຈະສາມາດ update ໄນຫົວຂໍ້ທີ່ເພີ່ນກ່າວມາ ຕາມທັດສະນະທີ່ຂ້າພະເຈົ້າຈະຂໍແລເມກປຽ່ນ ແມ່ນ ໄຫ້ທາງໜວ່ຍງານທີກຽ່ວຂ້ອງໝັ່ນລົງກວດກາທຸກມຶ້ ແລະຫາກກວດພົບສານເຄມີ ປົນເປຶ້ອນກັບສີນຄ້າທີ່ນຳມາຂາຍໄຫ້ຜູ້ບໍລິໂພກ ຄວນມີມາດຕະການ ລົງໂທດທີ່ເດັດຂາດ ເພຶ່ອບັງຄັບໄຫ້ເີົາເລົ່ານັ້ນໄດ້ປຽ່ນພຶດຕິກຳ ຫັນມາໄຫ້ຄວາມສຳຄັນຕໍ່ບັນຫາເລົ່ານີ້ ເພຶ່ອປ້ອງກັນແລະແກ້ໄຂແບບຍາວນານ

Comments are closed.