ວິກິດໂຄວິດໃນມຽນມາໂຮງໝໍກຳລັງຮັບຈຳນວນຜູ້ປ່ວຍບໍ່ໄຫວ

ເວັບໄຊ posttoday ລາຍງານວ່າສະຖານະການການລະບາດຂອງໂຄວິດ-19 ໃນປະເທດມຽນມາຍັງວິດກິດຫຼັງເກີດການລະບາດຮອບສອງ ແລະ ກຳລັງປະເຊີນກັບບັນຫາຂອງມາດຕະການກັກກັນສູງສຸດທີ່ກຳນົດໃຫ້ປະຊາຊົນຫຼາຍໝື່ນຄົນຕ້ອງກັກຕົວສົ່ງຜົນໃຫ້ສູນກັກກັນຕ້ອງແບກຮັບພາລະຢ່າງໜັກ.

ລັດຖະບານມຽນມາກັກຕົວຜູ້ຕ້ອງສົງໄສວ່າຕິດເຊື້ອໂຄວິດ-19ໄວ້ຫຼາຍກວ່າ 45,000 ຄົນ ບໍ່ວ່າຈະເປັນຜູ້ປ່ວຍໂຄວິດ-19 ຜູ້ຕ້ອງສົງໄສທີ່ຍັງບໍ່ທັນໄດ້ຮັບການກວດຫາເຊື້ອ ຜູ້ທີ່ໃກ້ຊິດຜູ້ປ່ວຍ ແລະ ແຮງງານຊາວມຽນມາທີ່ເດີນທາງກັບຈາກປະເທດອື່ນ ໂດຍໃຊ້ໂຮງຮຽນ, ວັດ ແລະ ອາຄານຕ່າງໆ ເຊິ່ງສ່ວນໃຫຍ່ດຳເນີນການໂດຍອາສາສະໝັກເປັນສູນກັກຕົວ.

ນອກຈາກນີ້, ມາດຕະການກັກກັນສູງສຸດ ເຊິ່ງມີຈຸດປະສົງເພື່ອບໍ່ໃຫ້ໂຣກລະບາດກາຍເປັນພາລະໜັກຂອງລະບົບສາທາລະນະສຸກທີ່ຂາດເຂີນງົບປະມານຕ້ອງແບກຮັບພາລະໜັກ ຍັງຮັບຜູ້ປ່ວຍທີ່ບໍ່ມີອາການ ຫຼື ມີອາການເລັກໜ້ອຍເຂົ້າຮັກສາໃນໂຮງໝໍ ຫຼື ສະຖານກັກກັນຕົວ ເຮັດໃຫ້ໂຮງໝໍ ແລະ ສະຖານກັກກັນທົ່ວປະເທດກຳລັງຈະຮັບມືບໍ່ໄຫວ.

ທັງນີ້, ລະບົບສາທາລະນະສຸກຂອງມຽນມາໄດ້ຮັບການຈັດອັນດັບວ່າເປັນປະເທດທີ່ອ່ອນແອທີ່ສຸດໃນໂລກ. ມີລາຍງານຜູ້ຕິດເຊື້ອໃນມຽນມາລວມທັງໝົດ 8,344 ກໍລະນີ ເຊິ່ງເພີ່ມຂຶ້ນຈາກເມື່ອວານນີ້ເຖິງ 1,052 ຄົນ ຮັກສາຫາຍດີແລ້ວ 2,381 ຄົນ ແລະ ເສຍຊີວິດ 150 ຄົນ.

ຮຽບຮຽງຂ່າວ: ພຸດສະດີ