ຈະສາຍຮູບເງົາຫວຽດນາມສະຫຼອງ ວັນໄຊຊະນະດຽນບຽນຟູ ຄົບຮອບ 60 ປີ

0
1708
ຈະສາຍຮູບເງົາຫວຽດນາມສະຫຼອງ ວັນໄຊຊະນະດຽນບຽນຟູ ຄົບຮອບ 60 ປີ

ເພື່ອ​ເຮັດ​ໃຫ້​ປະຊາຊົນ​ລາວ​ບັນດາເຜົ່າ ກໍ່​ຄື​ພະນັກງານ ທະຫານ ຕຳຫຼວດ ເຫັນ​ໄດ້​ປະຫວັດສາດ ແລະ ມູນເຊື້ອ​ອັນ​ພິລະ​ອາດ​ຫານ​ຂອງ​ກອງທັບ ແລະ ປະຊາຊົນ​ຫວຽດນາມ​ໃນ​ບັ້ນ​ຮົບ​ໄຊຊະນະ​ດຽນ​ບຽນ​ຟູ ປີ 1954 ເນື່ອງ​ໃນ​ໂອກາດ​ສະເຫຼີມສະຫຼອງ ວັນ​ໄຊຊະນະ​ປະຫວັດສາດ​ດຽນ​ບຽນ​ຟູ ຄົບຮອບ 60 ປີ (7/5/1954-7/5/2014) ກະຊວງ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ​ແຫ່ງ ​ສປປ ລາວ ຮ່ວມ​ກັບ​ສະຖານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ​ສສ.ຫວຽດນາມ ປະຈຳ ​ສປປ ລາວ ແລະ ສູນວັດທະນະທຳ​ຫວຽດນາມ ປະຈຳ ​ສປປ ລາວ ຈະ​ໄດ້​ຈັດ​ກິດຈະກຳ​ສັບປະດາ​ຮູບເງົາ​ຫວຽດນາມ​ຢູ່ ​ສປປ ລາວ ລະຫວ່າງ​ວັນ​ທີ 5-10 ພຶດສະພາ 2014 ທີ່​ຈະ​ມາ​ເຖິງ​ນີ້.

ພິທີ​ຖະແຫຼງ​ຂ່າວ​ຈັດ​ງານ​ດັ່ງກ່າວ​ຄັ້ງ​ນີ້ ໄດ້​ຈັດ​ຂຶ້ນ​ວັນ​ທີ 29 ເມສາ 2014 ຜ່ານ​ມາ ທີ່​ໂຮງແຮມ​ວຽງ​ຈັນ​ພລາ​ຊາ ນະຄອນຫຼວງ​ວຽງ​ຈັນ ໂດຍ​ມີ​ທ່ານ ບົວ​ເງິນ ຊາ​ພູ​ວົງ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ພ້ອມ​ທ່ານ ​ດຣ. ຫງວ​​ຽນ​ແມງ​ຮຸ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ ​ສສ.ຫວຽດນາມ ປະຈຳ ​ສປປ ລາວ ໃຫ້​ກຽດ​ຖະແຫຼງ​ຂ່າວ ເຊິ່ງ​ມີ​ທ່ານ​ຫົວໜ້າ​ກົມ​ຮູບເງົາ ທ່ານ​ຫົວໜ້າ​ສູນວັດທະນະທຳ​ຫວຽດນາມ ປະຈຳ ​ສປປ ລາວ ມີ​ບັນດາ​ພາກສ່ວນ​ກ່ຽວຂ້ອງ ພ້ອມ​ດ້ວຍ​ສື່​ມວນ​ຊົນ​ຂອງ​ລາວ ແລະ ຫວຽດນາມ ເຂົ້າ​ຮ່ວມ.

ໄຊຊະນະ​ດຽນ​ບຽນ​ຟູ ແມ່ນ​ໝາກຜົນ​ຂອງ​ການ​ຕໍ່ສູ້​ອັນ​ພິລະ​ອາດ​ຫານ ເຊິ່ງ​ເຕັມ​ໄປ​ດ້ວຍ​ຄວາມ​ເສຍ​ສະລະ​ເລືອດ​ເນື້ອ​ຂອງ​ກອງທັບ ແລະ ປະຊາຊົນ​ຫວຽດນາມ​ອ້າຍ​ນ້ອງ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດນາມ ນຳ​ໂດຍ​ປະທານ ໂຮ່​ຈິ​ມິນ ຜູ້​ຍິ່ງ​ໃຫຍ່ ໃນ​ນັ້ນ ປະຊາຊົນ​ຊາວ​ໂລກ​ຕ່າງ​ກໍ່​ຈົດ​ຈຳ​ຊື່​ສຽງ​ຂອງ ທ່ານ​ນາຍ​ພົນ​ຜູ້​ທີ່​ເກັ່ງ​ກ້າ​ສາມາດ ເຊິ່ງ​ເພິ່ນ​ຜູ້​ນັ້ນ​ກໍ່​ຄື​ທ່ານ​ນາຍ​ພົນ ຫວໍ​ວຽນ​ຢາບ ເຊິ່ງ​ປະຊາຊົນ​ຊາວ​ໂລກ​ຍັງ​ຈົດ​ຈຳ​ບຸນຄຸນ ແລະ ຊື່​ສຽງ​ຂອງ​ທ່ານ​ໄປ​ຕະຫຼອດ​ການ.

ໄຊຊະນະ​ດຽນ​ບຽນ​ຟູ ແມ່ນ​ພະຍານ​ຮັກ​ທີ່​ມີ​ຊີວິດ​ຊີວາ​ຂອງ​ຄວາມ​ສາມັກຄີ​ມິດຕະພາບ​ແບບ​ພິເສດ ແລະ ການ​ຮ່ວມ​ສຳພັນ​ສູ້​ຮົບ​ທີ່​ຍິ່ງ​ໃຫຍ່​ລະຫວ່າງ​ກອງທັບ ແລະ ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມ ຂອງ​ພວກ​ເຮົາ ຈາກ​ໄຊຊະນະ​ດັ່ງກ່າວ ບວກ​ກັບ​ການ​ຕໍ່ສູ້​ກູ້​ຊາດ​ອັນ​ລຳບາກ​ຍາວ​ນານ​ຂອງ​ປະຊາຊົນ​ລາວ​ບັນດາເຜົ່າ ໄດ້​ເຮັດ​ໃຫ້​ແອກ​ຄອບ​ຄອງ​ຂອງ​ພວກ​ຈັກກະພັດ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ​ຢູ່​ລາວ​ເປັນ​ເວລາ 60 ປີ​ນັ້ນ ໄດ້​ຖືກ​ພັງ​ທະ​ລາຍ​ລົງ ແລະ ໄດ້​ເຮັດ​ໃຫ້​ປະເທດ​ເຮົາ​ໄດ້​ຮັບ​ຄວາມ​ເປັນ​ເອກະລາດ ແລະ ອິດ​ສະລະ​ພາບ​ຈາກ​ພວກ​ລ່າ​ເມືອງ​ຂຶ້ນ​ຢ່າງ​ສົມບູນ.

ການ​ຈັດ​ກິດຈະກຳ​ຢູ່​ລາວ​ຄັ້ງ​ນີ້ ຈະ​ນຳ​ເອົາ​ຮູບເງົາ​ຫວຽດນາມ ທີ່​ຕິດ​ພັນ​ກັບ​ໄຊຊະນະ​ດຽນ​ບຽນ​ຟູ ມາ​ສາຍ​ໃຫ້​ປະຊາຊົນ​ລາວ ໂດຍ​ສະເພາະ ຊາວ​ນະຄອນຫຼວງ​ວຽງ​ຈັນ ແລະ ແຂວງ​ສະຫວັນ​ນະ​ເຂດ ໄດ້​ຊົມ​ມີ​ຈຳນວນ 8 ເລື່ອງ ສຳລັບ​ຢູ່​ນະຄອນຫຼວງ​ວຽງ​ຈັນ ຈັດ​ຂຶ້ນ​ວັນ​ທີ 5-7 ພຶດສະພາ​ຄື: ຈັດ​ຕັ້ງ​ອອກ​ອາກາດ​ໃນ​ໂທລະພາບ​ແຫ່ງ​ຊາດ: ເລື່ອງ​ຮູບເງົາ “ດອກ​ບ່ານ​ແດງ” ທີ່​ໄດ້​ອອກ​ອາກາດ​ໃນ​ຕອນ​ຄ່ຳ​ວັນ​ທີ 4 ແລະ ວັນ​ທີ 5 ພຶດສະພາ ຢູ່​ໃນ​ຊ່ອງ 1 ແລະ ຊ່ອງ 3 ເວລາ 19:30 ໂມງ ວັນ​ທີ 5 ພຶດສະພາ ຈັດ​ພິທີ​ເປີດ​ສັບປະດາ​ຮູບເງົາ​ຫວຽດນາມ​ຢູ່​ທີ່​ລານ​ຈອດ​ລົດ ຫໍ​ວັດທະນະທຳ​ແຫ່ງ​ຊາດ ແລະ ສາຍຮູບເງົາ​ເອກະສານ 1 ເລື່ອງ ແລະ ເລື່ອງ​ຮູບເງົາ 1 ເລື່ອງ ເວລາ 19:30 ໂມງ ວັນ​ທີ 6 ພຶດສະພາ ສາຍຮູບເງົາ​ຢູ່​ວິທະຍາຄານ​ປ້ອງ​ກັນ​ຊາດ ໄກສອນ ພົມວິຫານ ແລະ ເວລາ 19:30 ໂມງ ວັນ​ທີ 7 ພຶດສະພາ ສາຍຮູບເງົາ​ຢູ່​ທີ່​ວິທະຍາຄານ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ.

ສ່ວນ​ຢູ່​ແຂວງ​ສະຫວັນ​ນະ​ເຂດ ແມ່ນ​ຈະ​ໄດ້​ສາຍຮູບເງົາ​ໃນ​ຕອນ​ຄ່ຳ​ຂອງ​ວັນ​ທີ 9 ແລະ ວັນ​ທີ 10 ພຶດສະພາ 2014 ທຸກ​ສະຖານທີ່​ແມ່ນ​ໄດ້​ເປີດ​ໃຫ້​ເຂົ້າ​ຊົມ​ລ້າໆ ໂດຍ​ບໍ່​ເສຍ​ຄ່າ ດັ່ງນັ້ນ ເຊີນຊວນ​ຊາວ​ລາວ​ບັນດາເຜົ່າ ແລະ ຊາວ​ຫວຽດນາມ​ທີ່​ດຳລົງ​ຊີວິດ​ຢູ່ ​ສປປ ລາວ ສາມາດ​ເຂົ້າ​ຊົມ​ໄດ້​ຕາມ​ວັນ​ເວລາ​ດັ່ງກ່າວ​ນີ້​ດ້ວຍ.

ທີ່ມາ http://www.vientianemai.net/teen/khao/1/11695