ວັນອະນຸລັກສັດນ້ຳ ແລະ ສັດປ່າແຫ່ງຊາດປີນີ້ ລັດຕັ້ງເປົ້າປ່ອຍປາໃຫ້ໄດ້ 5 ລ້ານໂຕ ທົ່ວປະເທດ

ວັນ​ທີ 4 ກໍລະກົດ 2017 ທີ່​ກົມ​ຄຸ້ມ​ຄອງ​ຊັບພະຍາກອນ​ປ່າໄມ້ ກະຊວງ​ກະສິກຳ ແລະ ປ່າໄມ້ ທ່ານ ອຸດົມ ສີ​ປະເສີດ ຮັກສາການ​ຫົວໜ້າ​ກົມ​ຄຸ້ມ​ຄອງ​ຊັບ​ພະຍາ​ກອນ​ປ່າໄມ້ ໄດ້​ຖະແຫຼງ​ຂ່າວເນື່ອງ​ໃນ​ໂອກາດ​ສະເຫຼີມ​ສະຫຼອງ​ວັນ​ປ່ອຍ​ປາ ອະນຸ​ຮັກ​ສັດ​ນ້ຳ ແລະ ສັດປ່າແຫ່ງ​ຊາດ 13 ກໍ​ລະກົດ ​ປະຈຳ​ປີ 2017 ວ່າ: ພັກ-ລັດຖະ​ບານ ​ເຫັນ​ໄດ້​ເຖິງ​ຄວາມ​ສຳຄັນ​ໃນ​ວຽກ​ງານ​ອະນຸ​ຮັກປົກ​ປັກ​ຮັກສາ​ສັດ​ນ້ຳ ແລະ ສັດປ່າ ເຊິ່ງ​ໃນອະນາຄົດ​ຂອງ​ລູກ​ຫຼານ​ ອາດ​ຈະບໍ່​ມີ​ໃຫ້​ຊົມໃຊ້ ຫຼື ອາດ​ຈະ​ບໍ່​ມີ​ໃຫ້ຮູ້​ເຫັນ​ອີກ ຖ້າ​ພວກ​ເຮົາ​ບໍ່​ເອົາໃຈໃສ່​ປົກ​ປັກ​ຮັກສາອະນຸ​ຮັກ​ໄວ້ ສະນັ້ນເລີ່ມ​ແຕ່​ປີ 1997 ເປັນຕົ້ນມາ ພັກ ແລະ ລັດຖະບານ​ຈຶ່ງໄດ້​ກຳນົດ​ເອົາ​ວັນ​ທີ 13 ກໍລະກົດ ເປັນ​ວັນ​ປ່ອຍ​ປາອະນຸ​ຮັກ​ສັດ​ນ້ຳ ແລະ ສັດປ່າແຫ່ງ​ຊາດ ປັດຈຸບັນ ຄົບຮອບ 20 ປີ ເຊິ່ງ​ພໍດີ​ກົງ​ກັບວັນ​ຄ້າຍ​ວັນ​ເກີດ​ຂອງ​ປະທານ ສຸ​ພານຸ​ວົງ ຄົບຮອບ 108 ປີ (13/7/1909-13/7/2017) ແລະ ວັນ​ທີ 13 ກໍລະກົດ​ຂອງ​ທຸກໆ​ປີ ໄດ້​ຈັດ​ພິທີ​ສະເຫຼີມສະຫຼອງ​ປ່ອຍປາ​ຄືນ​ສູ່​ທຳ​ມະ​ຊາດ ຢູ່​ຫ້ວຍໜອງ​ຄອງ​ບຶງ ແມ່ນ້ຳ​ລຳເຊ ຢ່າງເປັນ​ຂະ​ບວນ​ຟົດຟື້ນ​ໃນ​ຂອບ​ເຂດທົ່ວ​ປະເທດ.

ສຳລັບ​ປີ 2017 ຈະ​ສູ້​ຊົນ​ຊຸກຍູ້​ຂະ​ບວນ​ການ​ປ່ອຍ​ປາ​ຄືນ​ສູ່​ທຳມະ​ຊາດ​ໃນ​ລະດັບ​ເມືອງ​ໃຫ້​ເພີ່ມຂຶ້ນ ຕົວ​ເລກ​ຄາດໝາຍ​ສູ້​ຊົນແມ່ນ​ໃຫ້​ໄດ້ 5 ລ້ານ​ໂຕ ໃນ​ຂອບເຂດ​ທົ່ວ​ປະເທດ ເຊິ່ງ​ປີຜ່ານມາ ໃນ​ຂອບ​ເຂດ​ທົ່ວ​ປະເທດ​ສາມາດປ່ອຍ​ປາ​ຄືນ​ສູ່​ທຳ​ມະ​ຊາດ​ໄດ້​ທັງໝົດ​ຈຳນວນ 4 ລ້ານ​ກວ່າ​ໂຕ ເພື່ອ​ສະແດງ​ຄວາມ​ເປັນ​ເຈົ້າ​ການ​ສ້າງ​ຂະ​ບວນ​ເນື່ອງ ​ໃນ​ໂອກາດ​ວັນ​ປ່ອຍ​ປາ ອະນຸ​ຮັກ​ສັດ​ນ້ຳ ແລະ ສັດປ່າແຫ່ງ​ຊາດ 13 ກໍ​ລະກົດ​ ປະຈຳ​ປີ 2017 ໃຫ້​ປາກົດເດັ່ນ​ຂຶ້ນ​ກວ່າ​ເກົ່າ ຂໍ​ຮຽກຮ້ອງມາ​ຍັງ​ທຸກ​ພາກສ່ວນ ຕະຫຼອດຮອດ​ພໍ່​ແມ່​ປະຊາຊົນ​ບັນດາເຜົ່າ ໃນ​ຂອບ​ເຂດ​ທົ່ວ​ປະເທດ​ ຈົ່ງ​ໃຫ້ຄວາມ​ຮ່ວມ​ມື​ໃນ​ການ​ສະກັດ​ກັ້ນ ການ​ທຳລາຍ​ຊັບພະຍາກອນ​ປ່າໄມ້ ການ​ລັກລອບຄ້າຂາຍ​ສັດນ້ຳ-ສັດປ່າ​ທີ່​ຫາ​ຍາກ ແລະ ໃກ້ຈະ​ສູນພັນ ລວມ​ທັງ​ເຄື່ອງ​ປ່າຂອງ​ດົງ​ທີ່​ຜິດ​ກົດໝາຍ ເພື່ອ​ຮັບປະກັນ​ໃຫ້​ຊັບພະຍາກອນ​ທຳ​ມະຊາດ​ອັນ​ມີ​ຄຸນຄ່າ​ຂອງ​ປະເທດລາວ ​ໃຫ້​ເປັນ​ມໍລະດົກ​ທາງ​ທຳ​ມະຊາດ​ອັນ​ລ້ຳ​ຄ່າ​ຂອງ​ຊາດ​ເຮົາ ​ໃຫ້ໄດ້​ຮັບ​ການ​ປົກ​ປັກ​ຮັກສາ ແລະ ນຳ​ໃຊ້​ແບບ​ຍືນ​ຍົງ ເປັນ​ມໍລະດົກຕົກ​ທອດ​ຮອດ​ລູກ​ຫຼານ​ລາວ​ຕະຫຼອດ​ໄປ ດັ່ງ​ຄຳ​ຂວັນ​ທີ່​ວ່າ ສັດ​ນ້ຳມີຄ່າ ສັດປ່າ​ມີ​ຄຸນ.

 

ແຫລ່ງຂ່າວ: ວຽງຈັນໃໝ່