ວັນນີ້! ຈະມີຝົນຕົກຟ້າຮ້ອງໃນແຕ່ ລະພາກ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານພະຍາກອນອາກາດປະຈຳວັນທີ 5 ຕຸລາ 2020 ຍ່ອມຄວາມກົດດັນອາກາດຕໍ່າໄດ້ປົກຄຸມຢູ່ເຂດພາກເໜືອ ແລະ ພາກກາງຂອງປະເທດລາວ, ສ່ວນພາກໃຕ້ຮ່ອງຄວາມກົດດັນອາກາດຕໍ່າໄດ້ພາດຜ່ານ, ສົມທົບກັບກະແສລົມຕາເວັນອອກສ່ຽງໃຕ້ໄດ້ມີກຳລັງແຮງເພິ້ມຂຶ້ນພັດປົກຄຸມ, ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ຈະມີຝົນຕົກປານກາງ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ.

ນອກຈາກນີ້, ມີລາຍງານສະພາບການເກີດແຜ່ນດິນໄຫວພາຍໃນປະເທດລາວ ຈໍານວນ 2 ຄັ້ງ, ຄັ້ງທີ 1: ເກີດຂຶ້ນໃນເວລາ 03ໂມງ 55 ນາທີ ທີ່ ບ້ານ ພູແລ້ງກາງ, ເມືອງ ຫົງສາ, ແຂວງ ໄຊຍະບູລີ ຄວາມແຮງສັ່ນສະເທືອນວັດແທກໄດ້ 2.0 ຣິກເຕີ, ເຊິ່ງມີຄວາມເລິກຈາກເທິງໜ້າດິນປະມານ 1 Km. ຄັ້ງທີ 2: ເກີດຂຶ້ນໃນເວລາ 04ໂມງ 15 ນາທີ ທີ່ ບ້ານ ນາກອງ, ເມືອງ ພຽງ, ແຂວງ ໄຊຍະບູລີ ຄວາມແຮງສັ່ນສະເທືອນວັດແທກໄດ້ 2.3 ຣິກເຕີ, ເຊິ່ງມີຄວາມເລິກຈາກໜ້າດິນປະມານ 1 Km. ການພົບສັນຍານການເກີດແຜ່ນດິນໄຫວໃນ 2 ຄັ້ງນີ້ເປັນແຜ່ນດິນໄຫວຂະໜາດນ້ອຍບໍ່ມີລາຍງານຜົນເສຍຫາຍ.

ຮຽບຮຽງຂ່າວ: ພຸດສະດີ