ວັນທີ 23 ກໍລະກົດ 2021 ສປປ ລາວ ມີຜູ້ຕິດເຊື້ອໃໝ່ 223 ຄົນ!! ຕິດເຊື້ອໃນຊຸມຊົນ 03 ຄົນ

ມາຮອດປະຈຸບັນນີ້ ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 4.342  ຄົນ ໃນນີ້ມີກໍລະນີຕິດເຊື້ອໃໝ່ 256  ຄົນ, ເສຍຊີວິດສະສົມທັງໝົດ 05 ຄົນ ແລະ ຍັງຕິດຕາມການປິ່ນປົວຢູ່ທົ່ວປະເທດທັງໝົດ 1.735 ຄົນ.

ໃນວັນທີ 22 ກໍລະກົດ 2021 ໄດ້ເກັບຕົວຢ່າງມາກວດຫາເຊື້ອໂຄວິດ-19 ຈໍານວນ 1.754 ຄົນ ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ 223  ຄົນ, ຕິດເຊື້ອພາຍໃນຊຸມຊົນຈໍານວນ 03 ຄົນຈາກ ແຂວງຈໍາປາສັກ 02 ຄົນ, ແຂວງ ຫຼວງນໍ້າທາ 01 ຄົນ ແລະ ຕິດເຊື້ອກໍລະນີນໍາເຂົ້າ ຈໍານວນ 220 ຄົນ ຈາກ ນະຄອນຫລວງວຽງຈັນ 07 ຄົນ, ແຂວງສະຫວັນນະເຂດ 117  ຄົນ, ຈໍາປາສັກ 55  ຄົນ, ຄໍາມ່ວນ 01 ຄົນ, ສາລະວັນ 34  ຄົນ ແລະ ບໍລິຄໍາໄຊ 06 ຄົນ. ສໍາລັບຜູ້ຕິດເຊື້ອໃນຊຸມຊົນແມ່ນມີປະຫວັດສໍາຜັດກັບຜູ້ຕິດເຊື້ອເກົ່າ.