ວັນທີ 15 ກໍລະກົດ 2021 ສປປ ລາວ ມີຜູ້ຕິດເຊື້ອໃໝ່ 116 ຄົນ ເແລະ ເສຍຊີວິດໃໝ່ 1 ຄົນ!!

ມາຮອດປະຈຸບັນນີ້ ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 3.902 ຄົນ ໃນນີ້ມີກໍລະນີຕິດເຊື້ອໃໝ່ 116 ຄົນ, ຕິດເຊື້ອໃນຊຸມຊົນ 02 ຄົນ ແລະ ຕິດເຊື້ອໃນກໍລະນີນໍາເຂົ້າ 114 ຄົນ, ເສຍຊີວິດສະສົມທັງໝົດ 04 ຄົນ ແລະ ຍັງຕິດຕາມການປິ່ນປົວຢູ່ທົ່ວປະເທດທັງໝົດ 708 ຄົນ.

ໃນວັນທີ 14 ກໍລະກົດ 2021 ໄດ້ເກັບຕົວຢ່າງມາກວດຫາເຊື້ອໂຄວິດ-19 ຈໍານວນ 1.451 ຄົນ ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ 116 ຄົນ, ຕິດເຊື້ອໃນຊຸມຊົນ 02 ຄົນຈາກແຂວງ ນະຄອນຫຼວງ 01 ຄົນ ແລະ ແຂວງ ອຸດົມໄຊ 01 ຄົນ ແລະ ຕິດເຊື້ອໃນຜູ້ເດີນທາງເຂົ້າມາຈາກປະເທດໃກ້ຄຽງມີ 114 ຄົນ ຈາກແຂວງນະຄອນຫຼວງ 01 ຄົນ, ສະຫວັນນະເຂດ 67 ຄົນ, ຈໍາປາສັກ 41 ຄົນ, ຄໍາມ່ວນ 02 ຄົນ ແລະ ແຂວງ ສາລະວັນ 04 ຄົນ. ສ່ວນຜູ້ຕິດເຊື້ອໃນຊຸມຊົນແຂວງນະຄອນຫຼວງແມ່ນ ເປັນພະຍາບານ ເຊິ່ງຕິດເຊື້ອຈາກການດູແລປິ່ນປົວຄົນເຈັບໂຄວິດ-19 ແລະ ແຂວງ ອຸດົມໄຊ ແມ່ນມີປະຫວັດສໍາພັດກັບຜູ້ຕິດເຊື້ອເກົ່າ.