ວັດທະນະທໍາຂອງເຜົ່າກຶມມຸ

ເຜົ່າກຶມມຸ ແມ່ນເຜົ່າໜຶ່ງທີ່ດຳລົງຊີວິດຢ່ັງຢາຍກັນໄປນັບແຕ່ ເໜືອເຖິງໃຕ້, ເຜົ່າກຶມມຸມີພາສາປາກເວົ້າເປັນຂອງຕົນເອງ, ພາສາກຶມມຸຖືກຈັດເຂົ້າໃນໝວດພາສາມອນ-ຂະແມ, ແຕ່ກໍ່ມີການປາກເວົ້າທີແຕກຕ່າງກັນເລັກນ້ອຍ, ມີເອກະລັກທາງດ້ານສິລະປະວັນນະຄະດີ, ມີຂະນົບທຳນຽມການນຸ່ງຖືທີ່ແຕກຕ່າງຈາກເຜົ່າອື່ນ,

ລວມທັງການຕັ້ງຖິ່ນຖານພູມລຳ ເນົາກໍຍັງມີເອກະລັກສະເພາະ ແລະ ມີບຸນປະເພນີປະຈຳແຕ່ລະປີຕາມປົກກະຕິແລ້ວເຜົ່າກຶມມຸມັກຈະຈັດບຸນປະເພນີຂຶ້ນໃນທ້າຍເດືອນມັງກອນ ຫຼື ຕົ້ນເດືອນກຸມພາຂອງ ທຸກໆປີພາຍຫຼັງເກັບກ່ຽວເຂົ້າໄຮ່, ເຂົ້ານາສຳເລັດແລ້ວ ເຂົ້າເຈົ້າກໍຈະມີການກະກຽມເຮັດບຸນດັ່ງກ່າວຂຶ້ນເພື່ອລະນຶກເຖິງບັນພະບູລຸດ, ໃນທ້າຍອາທິດທີ່ຜ່ານມາ ທີ່ບ້ານນາພົງ, ເມືອງຫີນເຫີບ ແຂວງວຽງຈັນ ໃດ້ມີການຈັດບຸນເກີຣຂຶ້ນ, ບຸນເກີຣເປັນງານບຸນປະເພດໜຶ່ງທີ່ນອນຢູ່ໃນວັດທະນະທຳຮີດ ຄອງປະເພນີອັນດີງາມຂອງຊາດ ລາວເຮົາ ແລະກໍຍັງຄຽງຄູ່ກັບຊົນ ເຜົ່າກຶມມຸມາແຕ່ບູຮານນະການ ເຊິ່ງເປັນບ່ອນເຕ້ົາໂຮມແຫ່ງຄວາມ ສາມັກຄີເປັນປຶກແຜ່ນ, ບຸນເກີຣເປັນເອກະລັກສະເພາະຂອງຊົນເຜົ່າກຶມ ມຸຊຶ່ງເຮັດໃຫ້ຄົນຮຸ່ນໃໝ່ໄດ້ເຂົ້າໃຈໃນການອະນຸຮັກຮັກສາຮີດຄອງປະເພນີອັນດີງາມ, ເປັນມິ່ງ ຂວັນຂອງເຜົ່າກຶມມຸໃຫ້ຄົງຢູ່ຕະຫຼອດໄປ, ການຈັດບຸນປະເພນີດັ່ງ ກ່າວແມ່ນໄດ້ນຳເອົາຜະລິດຕະພັນກະສິກຳມາວາງສະແດງ ແລະຈັດເປັນອາຫານເພື່ອຮັບປະທານຕາມ ຮີດຄອງປະເພນີເຊ່ັນ: ເຄື່ອງປູກ ຂອງຝັງເປັນຕົ້ນເຂົ້າ, ໝາກອຶ, ໝາກໂຕນ, ມັນ, ເຜືອກ, ເຫຼົ້າໄຫ, ເຄື່ອງນຸ່ງຫົ່ມເອ້ຢ້ອງ, ໃນນີ້ມີການຝຶກແອບຂອງໜ່ວຍສິລະປະການສະແດງ, ເຄື່ອງດົນຕີ ແລະອື່ນໆ, ທີ່ເດັ່ນໄປກວ່ານັ້ນມີຄວາມອຸດົມ ທາງດ້ານສິລະປະວັນນະຄະດີ, ແຕ່ລະແຊງຈະມີການຂັບລຳທີ່ແຕກຕ່າງກັນ ແລະເຄື່ອງດົນຕີທີ່ເຮັດ ດ້ວຍໄມ້ປ່ອງ, ນອກຈາກນັ້ນຍັງ ມີນິທານພື້ນເມືອງ, ຄຳຜະຫຍາ ແລະບົດຟ້ອນປະຈຳເຜົ່າເຊັ່ນ: ການຟ້ອນດາບ, ຟ້ອນລາຍງ້າວ ແລະສະແດງບົດຟ້ອນສັກເຂົ້າໄຮ່ ໃຫ້ບັນດາແຂກທ່ີຖືກຮັບເຊີນໄດ້ມີຄວາມເບີກບານມ່ວນຊື່ນ.

ເຜົ່າກຶມມຸ ເປັນເຜົ່າໜຶ່ງທີ່ນັບຖື ບັນພະບູລຸດຂອງຕົນຕະຫຼອດມາຢູ່ໃນເຮືອນມີຮ້ານບູຊາຜີ, ເວລາທີ່ເຮັດພິທີກຳລ້ຽງຜີເຮືອນນັ້ນຈະລວມມີຜີພໍ່ແມ່, ຜີປູ່ຍ່າ, ຕາຍາຍ, ພ້ອມນັ້ນ ເຜົ່າກຶມມຸມັກຈະປຸກເຮືອນ ຮ້ານທີ່ເປັນເອກະລັກສະເພາະເຜົ່າ, ລວມທັງມີເຄື່ອງນຸ່ງປະຈຳເຜົ່າ ເປັນເອກະລັກສະເພາະທີ່ເຮັດດ້ວຍ ຝ້າຍ, ຍ້ອມນິນ, ແຕ່ປະຈຸບັນມີນຸ່ງສະເພາະໃນຍາມບຸນເທົ່ານັ້ນ.

 

ແຫລ່ງຂ່າວ: ໜັງສືພິມ ເສດຖະກິດ-ສັງຄົມ

1 COMMENT

  1. ຄົນລາວ ມີຕົ້ນກຳເນີດມາຈາກເຜົ່າພັນໃດກ່ອນຫນູ່ແລະປະຫວັດຄວາມເປັນມາ

Comments are closed.