ລ້າງແປງແຕ່ງໜ້າໃຫ້ສະອາດດວ້ຍວີທີງ່າຍໆ

chic-20141015-060001chicministry-makeupbrush-T

 

​ຖ້າ​ປ່ອຍ​ໄວ້​ດົນ​ໆ ກໍ​ອາດ​ກໍ່​ໃຫ້​ເກີດ​ບັນຫາ​ຜິວ​ໄດ້ ສະ​ນັ້ນ​ຄວນ​ໝັ່ນ​ທຳຄວາມ​ສະ​ອາດ​ແປງ​ແຕ່ງ​ໜ້າ​ແລະ ​ຄວນ​ເຮັດ​ໃຫ້ເປັນ​ກິດ​ຈະວັດ​ນຳ

ການ​ໃຊ້​ແປງ​ແຕ່ງ​ໜ້າ​ເພື່ອ​ເພີ່ມ​ສີ​ສັນ​ເທິງ​ໃບ​ໜ້າ​ກັນ​ທຸກ​ມື້ ໃນ​ຂະນະ​ທີ່​ແປງ​ເຕີມ​ຄວາມ​ງາມ​ໃຫ້​ເຮົາມັນ​ກໍ​ຄ່ອຍ​ໆ ເກັບ​ຝຸ່ນ,ນ້ຳ​ມັນ ແລະ ​ກໍ່​ແບກ​ທີ​ເລຍ​ເທື່ອລະ​ນິດ​ນຳ​ເຊັ່ນ​ກັນ ຊຶ່ງ​ຖ້າ​ປ່ອຍ​ໄວ້​ດົນ​ໆ ກໍ​ອາດ​ກໍ່​ໃຫ້​ເກີດ​ບັນຫາ​ຜິວ​ໄດ້ ສະ​ນັ້ນ​ຄວນ​ໝັ່ນ​ເຮັດ​ຄວາມ​ສະ​ອາດ​ແປງ​ແຕ່ງ​ໜ້າ​ ແລະ​ ຄວນ​ເຮັດ​ໃຫ້ເປັນ​ກິດ​ຈະວັດ​ນຳ

– ຄວນ​ເຮັດ​ຄວາມ​ສະ​ອາດ​ແປງ​ແຕ່ງ​ໜ້າ​ເລື້ອຍໆແບບໃດ

  • ອາທິດ​ລະ 1 ຄັ້ງ ເພື່ອຫຼຸດ​ໂອ​ກາດ​ການ​ກໍ່​ແບກ​ທີ​ເລຍ​ທີ່​ແປງ​ແຕ່ງ​ໜ້າ ແຕ່​ຢ່າ​ເລື້ອຍໆຫລາຍ​ກວ່າ​ນັ້ນ​ເພາະ​ຈະ​ເຮັດໃຫ້​ແປງ​ລາ​ຄາ​ແພງ​ຂອງ​ເຮົາ​ເສື່ອມ​ສະພາບ​ໄວ​ກວ່າ​ທີ່​ຄວນ
  • ແຊມ​ພູ​ເດັກ​ຄື​ກຳ​ລັງ​ເສີມ ສຳລັບ​ສາວໆ ທີ່​ບໍ່​ມີ​ຜະລິດຕະພັນ​ສຳລັບ​ທຳ​ຄວາມ​ສະ​ອາດ​ແປງ​ແຕ່ງ​ໜ້າ​ໂດຍ​ສະເພາະ ສາມາດ​ໃຊ້​ແຊມ​ພູ​ເດັກ​ສູດ​ອ່ອນ​ໂຍນ​ແທນ​ໄດ້ ໂດຍ​ເມື່ອ​ທຳ​ຄວາມ​ສະ​ອາດ​ຢ່າງ​ໝົດ​ຈົດ​ດ້ວຍ​ນ້ຳ​ແລ້ວ​ໃຫ້​ລຽງ​ແປງ​ເທິງ​ເຈ້ຍ​ອານາໄມ​ແບບ​ໜາ ແລ້ວ​ປ່ອຍ​ໃຫ້​ແຫ້ງ ຢ່າ​ຕັ້ງ​ແປງ​ຂຶ້ນ​ເດັດ​ຂາດ​ເພາະ​ນ້ຳ​ຈະ​ເຮັດໃຫ້​ດ້າມ​ແປງ​ເສື່ອມ​ສະພາບ​ໄວ​ຂຶ້ນ
  • ເວລາ​ເປັນ​ສິ່ງ​ສຳ​ຄັນ ໄລ​ຍະ​ເວລາ​ໃນ​ການ​ລ້າງ​ແປງ​ແຕ່ງ​ໜ້າ​ບໍ່​ຄວນ​ດົນ​ເກີນ​ໄປ ເພາະ​ນ້ຳ​ຈະ​ເຮັດໃຫ້​ກາວ​ທີ່​ຕິດຂົນ​ແປງ​ເສື່ອມ​ໄວ ເປັນ​ເຫດ​ໃຫ້​ສາວໆ ຕ້ອງ​ເສຍ​ເງີນ​ຊື້​ແປງ​ແຕ່ງ​ໜ້າ​ເລື້ອຍໆ ສະ​ນັ້ນ​ລ້າງ​ໃຫ້​ໄວ​ແຕ່​ກໍ​ຕ້ອງ​ໝັ່ນໃຈ​ດ້ວຍ​ວ່າ​ສະ​ອາດ​ໝົດ​ຈົດ