ລົດແກ້ວ ຍາດໄດ້ອັນດັບທີ 2 ແລ່ນມາລາທອນ ທີ່ປະເທດໄທ

ສາວລົດແກ້ວ ອິນທະກຸມມານ ຍາດໄດ້ອັນດັບທີ 2 ໃນລາຍການ Amazing Thailand Marathon Bangkok ເມື່ອວັນທີ 4 ກຸມພາ 2018 ທີ່ຜ່ານມານີ້, ເຊິ່ງການແຂ່ງຂັນແລ່ນມາລາທອນ ລາຍການ Amazing Thailand Marathon Bangkok ທີ່ປະເທດໄທ ໂດຍນາງ ລົດແກ້ວ ອິນທະກຸມມານ ລົງແຂ່ງຂັນໃນຮຸ່ນ 10 ກິໂລແມັດຍິງ.

ຜົນປາກົດວ່າ: ນາງ ລົດແກ້ວ ເຂົ້າເສັ້ນໄຊເປັນອັນດັບທີ 2 ດ້ວຍເວລາ 36 ນາທີ 23 ວິນາທີ, ສ່ວນຊະນະເລີດລາຍການດັ່ງກ່າວ​ແມ່ນ Bize Beyira Nedasa ດ້ວຍເວລາ 35 ນາທີ 31 ວິນາທີ ແລະ ອັນດັບ 3 ເປັນຂອງ Emebet Sode NIGUSE ດ້ວຍເວລາ 37 ນາທີ 41 ວິນາທີ.

ນາງ ລົດແກ້ວ ອິນທະກຸມມານ ໃຫ້ສໍາພາດວ່າ: ກ່ອນການແຂ່ງຂັນຮູ້ສຶກຕື່ນເຕັ້ນ ເພາະມີບັນດານັກແລ່ນລະດັບທ໊ອບໆທີ່ມາຈາກຫລາຍປະເທດໃນທົ່ວໂລກເຂົ້າຮ່ວມແຂ່ງຂັນ, ແຕ່ຫລັງຈົບການແຂ່ງຂັນແລ້ວ ນ້ອງຍິ່ງຮູ້ສຶກຕື່ນເຕັ້ນຫລາຍ​ຂຶ້ນ ເພາະຕົນເອງສາມາດຍາດໄດ້ອັບດັບທີ 2 ຂອງປະເພດຍິງທົ່ວໄປ.

ສໍາລັບລາຍການຕໍ່ໄປຕົນເອງກຽມເຂົ້າແຂ່ງຂັນຢູ່ແຂວງບູລີລໍາ ປະເທດໄທ ໃນລາຍການ Buriram International Marathon ທີ່ຈະຈັດຂຶ້ນໃນວັນທີ 11 ກຸມພາ 2018.

 

ແຫລ່ງຂ່າວ: ລາວພັດທະນາ.