ລົດແກ້ວ ຄວ້າ 3 ຫຼຽນຄໍາ ແລະ 1 ຫຼຽນ ທອງ ໃຫ້ ມະຫາວິທະຍາໄລກຸງເທບ ທົນບູຣີ

0
1445

ລົດແກ້ວ ອິນທະກຸມມານ ນັກກີລາແລ່ນ(ຍິງ) ທີມຊາດລາວ ສ້າງຜົນງານໄດ້ຢ່າງໂດດເດັ່ນ ຍາດໄດ້ 3 ຫຼຽນຄໍາ ແລະ 1 ຫຼຽນ ທອງ ໃຫ້ ມະຫາວິທະຍາໄລກຸງເທບ ທົນບູຣີ ໃນງານມະຫະກໍາກີລາມະຫາວິທະຍາໄລ ທົ່ວປະເທດໄທ ຄັ້ງທີ 48 ຫຼື ດອກ ຈານ ບ້ານຊຽງ ເກມ 2023 ທີ່ແຂວງອຸດອນທານີ ພ້ອມຍາດລາງວັນທີ 2 ໃນການແຂ່ງຂັນແລ່ນ ໄລຍະທາງ 21 ກິໂລແມັດຍິງ ລາຍການ ຂອນແກ່ນ ອິນເຕີ ເນຊັນແນວ ມາຣາທອນ 2023 ອີກດ້ວຍ.

ສໍາລັບ ລົດແກ້ວ ທະກຸມມານ ສາວນັກກີລາແລ່ນ ທີມຊາດລາວ ໃນການເລີ່ມຕົ້ນປີ 2023 ເຂົ້າຮ່ວມ ແຂ່ງຂັນ 2 ງານລວດ ຈັດຂຶ້ນທີ່ປະເທດເພື່ອນບ້ານ (ໄທ) ເຊິ່ງງານທໍາອິດ ແມ່ນໄດ້ລົງຫຼິ້ນໃຫ້ຕົ້ນສັງກັດຂອງຕົນເອງ ກໍຄືມະ ຫາວິທະຍາໄລກຸງເທບ ທົນບູຣີ ໃນງານມະຫະກໍາກີລາມະຫາວິທະຍາໄລ ທົ່ວປະເທດໄທ ຄັ້ງທີ 48 ຫຼື ດອກຈານ ບ້ານຊຽງ ເກມ 2023 ທີ່ແຂວງອຸດອນທານີ ເປັນເຈົ້າພາບ ລະຫວ່າງວັນທີ 21-30 ມັງກອນ 2023 ໂດຍ ລົດແກ້ວ ໃກ້ຈະຈົບການ ສຶກສາໃນປີນີ້ ໃນສາຂາວິຊາ ບໍລິຫານທຸລະກິດ ສາຂາການຈັດການ ລະດັບປະລິນຍາເອກ ແລະ ລາຍການ ແລ່ນ ຂອນແກ່ນ ອິນເຕີເນຊັນແນວ ມາຣາທອນ 2023 ຈັດຂຶ້ນເມື່ອວັນທີ 29 ມັງກອນ 2023 ຜ່ານການເຂົ້າຮ່ວມແຂ່ງຂັນ 2 ງານດັ່ງກ່າວ ຜົນປາກົດວ່າ: ນາງ ລົດແກ້ວ ອິນທະກຸມມານ ສາມາດສ້າງຜົນງານໄດ້ ຢ່າງໂດດເດັ່ນ ກວາດ 3 ຫຼຽນຄໍາ ຈາກລາຍການແລ່ນ 1.500 ແມັດ 5.000 ແມັດ ແລະ 10.000 ແມັດຍິງ ແລະ 1 ຫຼຽນທອງ ຈາກ ແລ່ນ 800 ແມັດຍິງ.

ນອກຈາກນີ້ ລົດແກ້ວ ຍັງສາມາດຍາດອັນດັບທີ 2 ແລ່ນໄລຍະທາງ 21 ກິໂລແມັດຍິງ ລາຍການ ຂອນແກ່ນ ອິນເຕີເນຊັນ ແນວ
ມາຣາ ທອນ 2023 ຈັດຂຶ້ນ ເມື່ອວັນທີ 29 ມັງກອນ ຜ່ານມາ ເຊິ່ງມີນັກແລ່ນໃນທົ່ວໂລກ ຮ່ວມແຂ່ງຂັນລາຍການ ດັ່ງກ່າວເຖິງ 10 ພັນກວ່າຄົນ.

ອ້າງອີງ: ວຽງຈັນໃໝ່