ລົດເມຕຳກັນເຂດທ່າແຕງ ມີຄົນເສຍຊີວິດຄາທີ່ຢ່າງໜ້ອຍ 2 ຄົນ

ເວລາ 16:00 ນາທີ ຂອງວັນທີ 9/4/2017 ເກີດອຸບັດຕິເຫດລົດເມໂດຍສານຕໍາກັນເຊິ່ງຫນ້າທີ່ເຂດຊາຍແດນລະຫວ່າງ ເມືອງ ປາກຊ່ອງ ແຂວງ ຈຳປາສັກ ແລະ ເມືອງ ທ່າແຕງ ແຂວງ ເຊກອງ ສົ່ງຜົນໃຫ້ມີຜູ້ເສຍຊີວິດຄາທີ່ 2 ຄົນ ແລະ ມີຜູ້ໂດຍສານບາດເຈັບເປັນຈຳນວນຫຼວງ.

ສຳລັບສາເຫດຂອງການເກີດອຸບັດຕິເຫດໃນເທື່ອນີ້ ແມ່ນຍັງຢູ່ໃນການສືບສວນຂອງເຈົ້າໜ້າທີ່  ສ່ວນມູນຄ່າການເສຍຫາຍໃນຄັ້ງປັດຈຸບັນຢັງຢູ່ໃນການປະເມີນຂອງພາກສ່ວນທີ່ກ່ຽວຂ້ອງຫາກໄດ້ຂໍ້ມູນແນວໃດເພີ່ມເຕີມທາງພວກເຮົາຈະມາລາຍງານໃຫ້ຮັບຊາບຕື່ມ

ການສັນຈອນໄປມາໃນໄລຍະປີໃໝ່ນີ້ ຂໍໃຫ້ທຸກທ່ານໃຊ້ຊີວິດ ແລະ ເດີນທາງຢ່າງມີສະຕິ ດູແລຕົວເອງໃຫ້ດີ ເພາະບໍ່ມີໃຜດູແລຕົວທ່ານໄດ້ນອກຈາກົວທ່ານເອງ, ການໃຊ້ລົດໃຊ້ຖະໜົນຄວນຂັບຂີ່ໃນລະດັບຄວາມໄວທີ່ພໍດີ, ເຄົາລົບກົດຈາລະຈອນ, ມີນ້ຳໃຈແກ່ເພື່ອນຮ່ວມໃຊ້ຖະໜົນຫົນທາງ ແລະ ທີ່ສຳຄືເມົາຢ່າຂັບ