ລົດເມຈີນ ຈັດບ່ອນນັ່ງພິເສດໃຫ້ແມ່ລູກອ່ອນປ້ອນນົມລູກນ້ອຍ!

 

ລົດເມຈິນຫວາ ໃນມົນທົນເຈີ້ຈຽງ ໄດ້ລິເລີ່ມໂຄງການຈັດບ່ອນນັ່ງພິເສດສະເພາະສຳລັບແມ່ລູກອ່ອນ ເພື່ອຄວາມສະ

ດວກໃນການໃຫ້ນົມແກ່ລູກ ໃນລະຫວ່າງການເດີນທາງ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 22 ກັນຍາ 2014 ຜ່ານມານີ້ວ່າ ໂຄງການດັ່ງກ່າວນີ້ ມີການຕິດຕັ້ງຜ້າກັ້ງ

ເພື່ອບັງຢູ່ຕັ່ງນັ່ງນັ່ງສະເພາະດັ່ງກ່າວໄວ້ ສຳລັບເຮັດໃຫ້ເກີດມີຄວາມເປັນສ່ວນຕົວຫລາຍຂຶ້ນ ໃນກໍລະນີທີ່ແມ່ອາດຈະ

ຮູ້ສຶກເຂີນອາຍ ເພາະຕ້ອງເປີດເຕົ້າໃຫ້ລູກດື່ມໃນສະຖານທີ່ສາທາລະນະ.

 

ເຈົ້າໜ້າທີ່ຂອງບໍລິສັດລົດເມສາທາລະນະຈິນຫວາ ສາຍ 2 ໄດ້ເປີດເຜີຍວ່າ ຄວາມຈິງແລ້ວທຸກຄົນມີສິດທິນັ່ງບ່ອນນັ່ງ

ດັ່ງກ່າວໄດ້ ແຕ່ຫາກຖ້າມີແມ່ລູກອ່ອນທີ່ຂຶ້ນມາພ້ອມລູກນ້ອຍ ກໍຈະໃຫ້ສິດທິແກ່ຄົນນັ້ນກ່ອນ.

 

ນອກຈາກນີ້ ເຈົ້າໜ້າທີ່ຍັງລະບຸເພີ່ມຕືມອີກວ່າ ລົດເມສາຍ 28 ກໍທົດລອງໃຊ້ໂຄງການນີ້ເຊັ່ນກັນ ແລະ ຫາກຜົນຕອບ

ຮັບອອກມາດີ ທາງບໍລິສັດກໍຈະຄ່ອຍໆເພີ່ມຕັ່ງນັ່ງພິເສດດັງກ່າວໃຫ້ຫລາຍຂຶ້ນ.

 

557000011225902

557000011225903