ລົດພວງໄທເສຍຫຼັກເຈື່ອກຕົກຂົວລົງນ້ຳຂອງທີ່ເມືອງປາກເຊ

0
1587
1398828972

ຂ່າວ: ໂພ­ທິ​ຣາ​ຊ

ກາຍ­ເປັນ​ອຸ­ບັດ­ເຫດ​ບົນ​ທ້ອງ​ຖະໜົນ​ທີ່​ຮຸນ​ແຮງ​ອີກ​ກໍ­ລະ­ນີ​ໜຶ່ງ​ສຳ­ລັບ​ຢູ່ແຂວງ​ຈຳ­ປາ​ສັກ ຫຼັງ​ທີ່​ລົດ​ພວງ​ບັນ­ທຸກສິນ­ຄ້າ​ໜັກ​ເສຍ​ຫຼັກ​ເຈືອກ​ໄປ​ຕຳ​ລົດ​ວີ​ໂກ້ແລ້ວ​ຊັດ​ໄປ​ຕຳ​ເອົາ​ກຳ­ແພງ​ກັ້ນ​ຂົວ​ຂ້າມແມ່­ນ້ຳ​ຂອງ​ລາວŒຍີ່­ປຸ່ນທີ່​ເມືອງ​ປາກ​ເຊທະ­ລຸ​ຕົກ­ລົງ​ແຄມ​ຫາດ​ກາງ​ນ້ຳ ສົ່ງ​ຜົນໃຫ້​ມີ​ຜູ້​ເສຍ​ຊີ­ວິດ​ຄາ​ທີ່ 2 ຄົນ ແລະ ອີກຄົນ​ໄດ້​ຮັບ​ບາດ­ເຈັບ​ເລັກ​ນ້ອຍ.

ຕາມ​ການ​ບອກ­ເລົ່າ​ຂອງ​ຜູ້​ເຫັນ​ເຫດການ​ລາຍ​ງານ​ຕໍ່​ນັກ​ຂ່າວ​ໜັງ­ສື­ພິມ​ເສດຖະ​ກິດŒສັງ­ຄົມ​ປະ­ຈຳ​ແຂວງ​ໃຫ້​ຮູ້​ວ່າ: ເວ­ລາ​ປະ­ມານ 20 ໂມງ​ຂອງ​ວັນ​ທີ 28 ເມ­ສາ 2014 ຜ່ານ​ມາ, ກ່ອນ​ເກີດ​ອຸ­ບັດເຫດ​ໄດ້​ມີ​ລົດ​ພວງ​ຂອງ​ບໍ­ລິ­ສັດ​ຈາກ​ປະເທດ​ໄທ (ໝາຍ​ເລກ​ທະ­ບຽນ 763793), ແຕ່​ພໍ​ແລ່ນ​ມາ​ຮອດ​ກາຍ​ກາງ​ຂົວ​ໃກ້​ຝັ່ງ ເມືອງ​ປາກ​ເຊ ຍັງ​ປະ­ມານ 100 ກວ່າແມັດ ລົດ​ຄັນ​ດັ່ງ­ກ່າວ​ໄດ້​ເກີດ​ເສຍ​ຫຼັກ​ໄປຕຳ​ເອົາ​ລົດ​ວີ​ໂກ້​ໝາຍ​ເລກ​ທະ­ບຽນ (ກກ 0117 ຈຳ­ປາ​ສັກ) ທີ່​ກຳ­ລັງ​ແລ່ນສວນ​ທາງ​ໂຟ້ງ​ໄປ​ຢູ່​ອີກ​ຂ້າງ​ຂອງ​ຂົວແລ້ວ​ລົດ​ຄັນ​ດັ່ງ­ກ່າວ​ເຈືອກ​ໄປ​ຕຳ​ເອົາຮົ້ວ​ກຳ­ແພງ​ກັ້ນ​ຂົວ​ສອງ​ຊັ້ນ​ທະ­ລຸ​ຕົກ­ລົງຫາດ​ກາງ​ນ້ຳ​ບ້ານ​ໂພນ​ກຸງ ເຮັດ​ໃຫ້​ຜູ້​ທີ່ນັ່ງ​ຢູ່​ໃນ​ລົດ​ພວງ​ຄັນ​ດັ່ງ­ກ່າວ 2 ຄົນ​ເສຍຊີ­ວິດ​ຄາ​ທີ່ ສ່ວນ​ຜູ້​ຂັບ​ບາດ­ເຈັບ​ເລັກໜ້ອຍ ຊຶ່ງ​ທັງ​ໝົດ​ນັ້ນ​ແມ່ນ​ເປັນ​ຄົນ​ສັນ ຊາດ​ໄທສ່ວນ​ລົດ​ວີ​ໂກ້​ທີ່​ມີ​ຄົນ​ຂັບ​ພຽງຄົນ​ດຽວ​ປອດ​ໄພ ແລະ ເສຍ​ຫາຍ​ເລັກນ້ອຍ.

ພາຍ­ຫຼັງ​ທີ່​ເຈົ້າ​ໜ້າ­ທີ່​ກ່ຽວ­ຂ້ອງ​ໄດ້ລົງ​ຕິດ­ຕາມ​ກວດ­ກາ ແລະ ຊ່ວຍ­ເຫຼືອ​ເອົາຜູ້​ລອດ​ຊີ­ວິດ ແລະ ຜູ້​ທີ່​ເສຍ​ຊີ­ວິດ​ໃນ​ອຸ­ບັດເຫດ​ຄັ້ງ​ນີ້​ຂຶ້ນ​ມາ​ໄດ້​ສຳ­ເລັດ​ໄດ້​ໃຫ້​ຮູ້​ວ່າ: ລົດ​ພວງ​ດັ່ງ­ກ່າວ​ແມ່ນ​ເປັນ​ລົດ​ທີ່​ຮັບໃຊ້​ຂົນ­ສົ່ງ​ສິນ­ຄ້າ​ໃຫ້​ກັບ​ບໍ­ລິ­ສັດ​ໃດ​ໜຶ່ງຈາກ​ປະ­ເທດ​ໄທ ຊຶ່ງ​ອຸ­ປະ­ກອນ​ເອ​ເລັກໂຕຣ​ນິກ​ເພື່ອ​ມາ​ຮັບ​ໃຊ້​ໃຫ້​ແກ່​ໂຄງ­ການ​ກໍ່­ສ້າງ​ເຂື່ອນ​ໄຟ­ຟ້າ​ເຊ​ນ້ຳ​ນ້ອຍທີ່​ແຂວງເຊ​ກອງ ຊຶ່ງ​ຍັງ​ບໍ່​ທັນ​ສາ­ມາດ​ປະ​ເມີນຄວາມ​ເສຍ​ຫາຍ​ໄດ້ ແລະ ສາ­ເຫດ​ຂອງອຸ­ບັດ­ເຫດ​ຄັ້ງ​ນີ້​ແມ່ນ​ຍັງ​ຢູ່​ໃນ​ຂັ້ນ​ຕອນການ​ສືບ­ສວນŒສອບ​ສວນ​ຂອງ​ເຈົ້າ​ໜ້າທີ່ ແຕ່​ທີ່​ແນ່­ນອນ​ອຸ­ບັດ­ເຫດ​ຄັ້ງ​ນີ້​ຖື​ເປັນຄັ້ງ​ຮຸນ​ແຮງ​ໃນ​ຮອບ​ຫຼາຍ​ປີ ແລະ ສ້າງຄວາມ​ເສຍ​ຫາຍ​ຕໍ່​ຊີ­ວິດ, ຊັບ​ສິນ​ຂອງ​ບຸກຄົນ ແລະ ຊັບ​ສິນ​ຂອງ​ລັດ​ບໍ່​ໜ້ອຍ.

ທີ່ມາ ເສດຖະກິດ-ສິງຄົມ