ລົດບັນທຸກຕຳເດັກນ້ອຍເສຍຊີວິດຄາທີ ທີ່ສະຫວັນະເຂດ

ໃນຕອນແລງຂອງວັນທີ 25 ເມສາ 2016 ເວລາ 16:40 ໂມງ ທີ່ຜ່ານມາ ໜ່ວຍກູ້ໄພ ວະຫວັນນະເຂດໄດ້ຮັບແຈ້ງເຫດເຂົ້າເບີສຸກເສີນ020 28285454 ວ່າໄດ້ເກີດອຸປະຕິເຫດ ລົດບັນທຸກຕຳເດັກນ້ອຍເສຍຊີວິດຄາທີ1ຄົນເປັນຊາຍ ທີ່ເສັ້ນ ເລກ9 ບ້ານ ໂພນສະຫວ່າງໃຕ້ ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ.

ເມື່ອໄປຮອດຈຸດເກີດເຫດທາງທີມງານກໍ່ບໍ່ລໍຊ້າຟ້າວເຂົ້າໄປຊ່ວຍປະຖົມພະຍາບານຂັ້ນຕົ້ນ ເເລະ ປະເມີນອາການຜູ້ບາດເຈັບໂດຍດ່ວນ ທາງທີມງານໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ພະຍາຍາມຊ່ວຍຊີວິດນ້ອງຜູ້ບາດເຈັບໂດຍການປ້ຳຫົວໃຈ ເຮັດ CPR  ຫຼາຍຄັ້ງ ແຕ່ຊີບພະຈອນກໍ່ບໍ່ມີການຕອບສະຫນອງກັບມາ ແລະ ເຮັດໃຫ້ນ້ອງຜູ້ບາດເຈັບເສຍຊີວິດ ເຊິ່ງເປັນພາບທີ່ສ້າງຄວາມສະເທືອນໃຈ, ເສຍໃຈ ໃຫ້ກັບຄົນທີ່ມາຫຸ້ມເບິ່ງເປັນຈຳນວນຫຼາຍ.(ທາງທີມງານໜ່ວຍກູ້ໄພ ສະຫວັນນະເຂດຊ່ວຍສຸດຄວາມສາມາດແລ້ວ ຂໍສະແດງຄວາມເສຍໃຈດ້ວຍ )

ອີງຕາມການບອກເລົ່າຈາກປະຊາຊົນໃນເຂດນັ້ນຕໍ່ທາງທີມງານໜ່ວຍກູ້ໄພ ແລະ ເຈົ້າໜ້າ ໃຫ້ຊາບວ່າ ນ້ອງຜູ້ເສຍຊີວິດເປັນຄົນແຂວງສະຫວັນນະເຂດ ມີອາຊີບ ຍ່າງຂໍທານນຳພໍ່ແມ່ ເຊິ່ງສາເຫດການເສຍຊີວິດນັ້ນຍັງບໍ່ໄດ້ຮັບການເປີດເຜີຍຈາກທາງພາກສ່ວນທີ່ກ່ຽວຂ້ອງ

ທາງທີມງານ ແລະ ເຈົ້າຫນ້າທີ່ ທີ່ກ່ຽວຂ້ອງກຳລັງປະສານໄປຫາບ້ານເກີດເມືອງນອນຂອງຜູ້ເສຍຊີວິດ ເພື່ອນຳເອົາສົບກັບບ້ານ ເຊິ່ງຕອນນີ້ສົບເດັກນ້ອຍຜູ້ເສຍຊີວິດ ແມ່ນໄດ້ຝາກໄວ້ທີ່ໂຮງເຢັນ ໃນໂຮງຫມໍແຂວງສະຫວັນນະເຂດ.

ທາງທີມງານ ລາວໂພສຕ໌ຂໍສະແດງຄວາມເສຍໃຈນຳຍາດຕິພີ່ນ້ອງຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານນ້ອງໄປສູ່ສຸຂະຕິ ພົບພະພູມທີ່ດີກ່ວານີ້ ສາທຸໆໆ.

ທ່ານສາມາດເບິ່ງວິນາທີການຊ່ວຍຊີວິດນ້ອງຂອງທີມງານໜ່ວຍກູ້ໄພ ແຂວງສະຫວັນນະເຂດ ໄດ້ດ້ານລຸ່ມ
——————————–
ແຈ້ງເຫດສຸກເສີນ : 020 2828-5454 —————24 h
‪#‎ຫນ່ວຍກູ້ໄພສະຫວັນນະເຂດ‬.