ລົດຕົກເຫວຢູ່ເສັ້ນທາງໄປຫຼວງພະບາງ ເສຍຊີວິດທັນທີ 1 ຄົນ

ຕາມການລາຍງານຂອງສື່ອອນລາຍຫຼາຍສຳນັກກ່າວວ່າ ຕອນເຊົ້າມື້ນີ້ ວັນທີ 19 ຕຸລາ 2017 ໄດ້ເກີດເຫດສະຫຼົດຂຶ້ນ ຢູ່ເຫວຊັນແຄມທາງຂຶ້ນພູເສຍ ເສັ້ນທາງໄປຫຼວງພະບາງ (ເສັ້ນຕັດໃໝ່) ເຊິ່ງມີລົດຕົກລົງເຫວຂ້າງທາງສູງຫຼາຍສິບແມັດ ເປັນເຫດໃຫ້ມີຜູ້ເສຍຊີວິດ 1 ຄົນ ເຊິ່ງຄາດວ່າເປັນຄົນຂັບລົດ. ລົດທີ່ເກີດອຸບັດເຫດແມ່ນ ປ້າຍທະບຽນ ກຕ 1699 ກຳແພງນະຄອນ.

ເສັ້ນທາງດັ່ງກ່າວ ຖືເປັນເສັ້ນທາງທີ່ອັນຕະລາຍ ເພາະຕ້ອງຜ່ານພູສູງຊັນ ສະພາບເຕັກນິກລົດຕ້ອງຮັບປະກັນ ຄົນຂັບຕ້ອງມີປະສົບການ. ລົດທີ່ບໍ່ແຮງ, ບໍ່ດີ ແລະຄົນຂັບບໍ່ເກັ່ງຫຼືບໍ່ຊຳນານເສັ້ນທາງ ແມ່ນບໍ່ຄວນຜ່ານຢ່າງເດັດຂາດ ຄວນຫຼີກໄປໃຊ້ເສັ້ນທາງເກົ່າ ເຖິງຈະໄກກວ່າແຕ່ວ່າບໍ່ສູງຊັນປານໃດ.