ລົດຕູ້ເສຍຫລັກປິ້ນລົງຂ້າງທາງ ຢູ່ເມືອງປາກງື່ມ ເສຍຊີວິດ 2 ຄົນ ບາດເຈັບສາຫັດອີກ 2!

ເຈົ້າໜ້າທີ່ຈະລາຈອນນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ເຊົ້າມືດຂອງວັນທີ່ 23 ມີນານີ້, ເກີດເຫດລົດຕູ້ ເສຍຫລັກປີ້ນ ຢູ່ເຂດບ້ານພ້າວ (ຫລັກ45), ເມືອງປາກງື່ມ ນະຄອນຫລວງວຽງຈັນ, ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ ເປັນເພດຊາຍ ອາຍຸ 28 ປີ ແລະ ອາຍຸ 29 ປີ ທັງສອງຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ ແລະ ມີຜູ້ໄດ້ຮັບບາດເຈັບສາຫັດອີກ 2 ຄົນ ເປັນເພດຍິງ, ຊຶ່ງເຈົ້າໜ້າທີ່ ໃຫ້ຮູ້ວ່າ: ອຸປະຕິເຫດດັ່ງກ່າວ ເກີດຂຶ້ນຍ້ອນຂັບຂີ່ປະໝາດ, ຂັບຂີ່ໄວ ຈຶ່ງເຮັດໃຫ້ເກີດເສຍຫລັກປິ້ນລົງຂ້າງທາງ ຈົນມີຜູ້ເສຍຊີວິດດັ່ງກ່າວ, ດັ່ງນັ້ນ ຈຶ່ງເຕືອນມາຍັງນັກຂັບຂີ່ທຸກຄົນ ຈົ່ງມີສະຕິ, ປະຕິບັດລະບຽບຈະລາຈອນຢ່າງເຂັ້ມງວດ ເພື່ອຫລີກເວັ້ນອຸປະຕິເຫດທີ່ຈະຕາມມາ.

 

ແຫລ່ງຂ່າວ:

ລພນ