ລົດຕູ້ຕຳກັບກະບະ ເສຍຊີວິດຄາທີ່ 1 ຄົນ

10525667_747257648667129_6378820240924273379_n

ເວລາປະມານ 19 ໂມງ ຂອງມື້ນີ້ ວັນທີ 27 ກໍລະກົດ 2014 ໄດ້ເກີດເຫດລົດຕູ້ຮຸນໄດ ຕຳກັບລົດກະບະຮຸນໄດ ຢູ່ຖະໜົນ 13 ເໜືອ, ບໍລິເວນບ້ານໜອງຄັນຄູ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ເປັນເຫດໃຫ້ມີຜູ້ເສຍຊີວິດຄາທີ່ຢ່າງໜ້ອຍ 1 ຄົນ ແລະບາດເຈັບອີກຈຳນວນໜຶ່ງ ແລະລົດທັງສອງຄັນແມ່ນເປ່ເພສົມຄວນ.

ສ່ວນສາເຫດລາຍລະອຽດນັ້ນ ເຈົ້າໜ້າທີ່ກຳລັງເກັບກຳຂໍ້ມູນຈາກສະພາບຕົວຈິງ, ຄູ່ກໍລະນີ ພ້ອມດ້ວຍພະຍານຜູ້ເຫັນເຫດການຕື່ມອີກຢູ່.

10347564_747253442000883_5817012188396082794_n10505333_747253465334214_5357134648473811021_n