ລົດຕິດພຽງໃດກໍ່ບໍ່ກັງວົນ Hum Rider ຂ້າມໄດ້ໝົດ

ບັນຫາການຈະລາຈອນຕ້ອງລົບໄປ ຖ້າໃຊ້ລົດ Hum Rider ລົດຍົນທີສາມາດຍົກຕົວເອງຂຶ້ນເພື່ອເຄື່ອນຕົວໃນສະພາບການຈາລະຈອນແອອັດ

https://youtu.be/aQbjUewNTYA

Hum Rider ລົດຍົນ SUV ທີ່ຖືກດັດແປງມາຈາກ Jeep Grand Cherokee ທີ່ເຮັດໃຫ້ລົດສາມາດຍົກຕົວເອງໃຫ້ສູງຂຶ້ນພົ້ນຈາກຫຼັງຄາລົດຂອງຄົນອືນໄດ້ ສູງເຖິງ 2.7 ແມັດ ເຊິ່ງສູງພໍທີ່ Hum Rider ຈະແລ່ນຂ້າມລົດຄັນອື່ນໄປໄດ້ ແຕ່ຕ້ອງມີການປ່ຽນຢາງໃຫ້ມີຂະໜາດໃຫຍ່ ແລະ ໜາຂຶ້ນກວ່າເກົ່າ ລົດຄັນນີ້ມີນ້ຳໜັກທີ່ 3,855 ກິໂລກຣາມ

Hum Rider ຄັນນີ້ຖືກອອກແບບ ແລະ ສ້າງໂດຍ Scott Beverly ຈາກ A2Zfx ບໍລິສັດຮັບຈ້າງອອກແບບໃນສະຫະລັດອາເມລິກາ ໂດຍມີການຝຊ້ສາຍໄຮໂດລິກທີ່ຍາວກວ່າ 90 ແມັດ ເພື່ອໃຫ້ລົດຍົກຕົວຂຶ້ນໄດ້, ແລ້ນໄດ້ ແລະ ຍັງເບກໄດ້ຕາມປົກກະຕິ ໃຊ້ຕົວປ້ຳໄຮໂດລິດຂະໜາດ 900 ປອນຂອງ Honda ເປັນຕົວທຳງານ ໂດຍຕອນນີ້ມີການອອກແລ່ນຕາມຖະໜົນເພື່ອສະແດງການໃຊ້ງານທີ່ເມືອງ Lancaster, California ແລ້ວຈັດການຂ້າມ ລົດຍົນ ທີ່ຕິດຂັດຢູ່ເກືອບ 30 ຄັນ ເຮັດໃຫ້ຄົນພົບເຫັນເກີດຄວາມປະຫຼາດໃຈ