ລົດຈັກຕຳລົດໃຫຍ່ ຄົນຟົ້ງຂຶ້ນທ້າຍລົດ

0
1825

 

ອິງຕາມການລາຍງານຂອງໜ່ວຍກູ້ໄພ ນະຄອນຫຼວງ ແຈ້ງວ່າ ໃນຕອນເຊົ້າຂອງມື້ນີ້ ວັນທີ 11.8.2016 ເວລາປະມານ 9:50 ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າມີລົດຈັກຕຳເຂົ້າທ້າຍລົດໃຫຍ່ ຢູ່ເຂດບ້ານຈອມມະນີ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ດັ່ງນັ້ນໜ່ວຍກູ້ໄພ ນະຄອນຫຼວງ ຈຶ່ງອອກໄປເບິ່ງເຫດການ ໄດ້ພົບຜູ້ບາດເຈັບ 1 ຄົນເປັນເພດຊາຍ ຄ້າງຢູ່ເທິງທ້າຍລົດເກັງ ມີອາການບາດເຈັບບໍລິເວນໃບໜ້າ, ທາງກູ້ໄພຈຶ່ງໄດ້ຊ່ວຍເຫຼືອເບື້ອງຕົ້ນ ແລະໄດ້ສົ່ງໂຮງໝໍ 150 ຕຽງດ່ວນ.

ຮູບ ແລະຂໍ້ມູນຂ່າວ: ໜ່ວຍກູ້ໄພ ນະຄອນຫຼວງ

13906953_533920246811760_5216510533999527013_n