ລົດຈັກຕຳກັບລົດເກັງ ຢູ່ເສັ້ນທາງ ບ້ານ ໜອງໄຮ

0
2089

ເວລາ23:30 ວັນທີ 09/08/2014 ໄດ້ຮັບແຈ້ງວ່າມີອຸບັດຕິເຫດ ລົດຈັກຕຳກັບລົດເກັງ ຢູ່ເສັ້ນທາງ ບ້ານ ໜອງໄຮ. ພາຫະນະລົດຈັກເປ່ເພໃຊ້ການບໍ່ໄດ້, ລັດເກັງເປ່ເພສົມຄວນ
ມີຜູ້ບາດເຈັບ 1 ຄົນ ເປັນເພດຊາຍ ຜູ້ກ່ຽວ ຖືກກະທົບຫົວຢ່າງແຮງ, ຂາຫັກ ແລະ ໝົດສະຕິ. ເມື່ອໜ່ວຍກູ້ໄພ ມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ ໄປຮອດຈຸດເກີດເຫດ ຈື່ງໄດ້ເຮັດການປ້ຳຫົວໃຈ ແລະ ຊ່ວຍກອບກູ້ເອົາຊີວິດຂອງຜູ້ກ່ຽວກັບຄືນມາສຸດຄວາມສາມາດ ແຕ່ກໍ່ບໍ່ສາມາດຊ່ວຍໄດ້. ໜ່ວຍກູ້ໄພ ມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ ຈື່ງໄດ້ປະສານງານຫາເຈົ້າໜ້າທີ່ຈາລະຈອນນະຄອນຫຼວງ ແລະ ຍາດຕິພີ່ນ້ອງຂອງຜູ້ກ່ຽວ ຈື່ງໄດ້ຮູ້ຂໍ້ມູນວ່າ ຜູ້ກ່ຽວຊື່ທ້າວ ກ (ນາມສົມມຸດ) ອາຍຸ 30ປີ ບ້ານ ໜອງແວງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ. ດັ່ງນັ້ນ, ພວກເຮົາຈື່ງໄດ້ນຳຮ່າງຂອງຜູ້ກ່ຽວໄປສົ່ງທີ່ວັດບ້ານ ໜອງແວງ ເພື່ອປະກອບພິທີທາງສາສະໜາ ແລະ ຂໍສະແດງຄວາມເສຍໃຈມານະທີ່ນີ້ດ້ວຍ

ທີ່ມາຂ່າວ facebook.com/pages/ຫນ່ວຍກູ້ໄພ-ມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ-ສປປ-ລາວ