ລື! ແອັບເປີ້ນຈະອອກ iWatch 3 ລຸ້ນ ເດືອນຕຸລານີ້!

 

iWatch

 

ສື່ໄຕ້ຫວັນໄດ້ອອກມາເປີດເຜີຍວ່າ ແອັບເປິ້ນ ຜູ້ຜະລິດສະມາດໂຟນ ແລະ ແທັບເລັດຊື່ດັງຈາກອາເມລິກາ

ຈະອອກ ໂມງໄອວັອດ (iWach) ທັງໝົດ 3 ລຸ້ນ ມາພ້ອມໜ້າຈໍ 2 ຂະໜາດຄື: ຂະໜາດ 1.6 ນິ້ວ ແລະ 1.8

ນິ້ວ.

 

ເມື່ອວັນທີ 15 ກໍລະກົດຜ່ານມານີ້ ມີລາຍງານຈາກ Taiwan’s Economic Daily News ໃນສ່ວນຂອງຂ່າວ

ເສດຖະກິດປະຈຳວັນ ເປີດເຜີຍວ່າ ແອັບເປີ້ນກຽມຈະອອກ iWatch ເຊິ່ງເປັນໂມງອັດສະລິຍະທີ່ແອັບເປິ້ນ

ກຳລັງດັກຊຸ້ມພັດທະນາມາດົນນານທັງໝົດ 3 ລຸ້ນ ພ້ອມໜ້າຈໍ 2 ຂະໜາດ 1.6 ແລະ 1.8 ນິ້ວ ໂດຍລຸ້ນທັອບ

ຈະໃຊ້ໜ້າຈໍແຊັບໄຟຣ໌ ທີ່ມີຄວາມແຂັງແຮງທົນທານສູງ ແບບດຽວກັນກັບທີ່ເປັນຂ່າວ ວ່າຈະຖືກນຳໃຊ້

ເທິງໜ້າຈໍຂອງ ໄອໂຟນ 6 ນັ້ນເອງ.

 

ສຳລັບຂ່າວນີ້ ສວນທາງກັບຂ່າວລືຄັ້ງກ່ອນ ທີ່ທາງສຳນັກຂ່າວຣອຍເຕີ ລາຍວາຍວ່າ ໄອວັອດ ຈະມີໜ້າຈໍ

ສຳຜັດຊົງສີ່ຫຼ່ຽມຂະໜາດ 2.5 ນິ້ວພຽງລຸ້ນດຽວ, ນອກຈາກນີ້ ຍັງຮອງຮັບລະບົບສາກແບັດເຕີຣີໄຮ້ສາຍ,

ມີເຊັນເຊີ້ກວດຊີບພະຈອນ, ລວມເຖິງການທຳງານບາງຢ່າງ ເຊິ່ງຈະສາມມາດເຊື່ອມຕໍ່ກັບໂທລະສັບ ແລະ

ຄາດວ່າໜ້າຈະຮອງຮັບອຸປະກອນຂອງລະບົບ iOS ເທົ່ານັ້ນ.

 

ທັງນີ້ ຈາກຂ່າວລືຫຼາຍໆຂ່າວທີ່ອອກມາກ່ອນໜ້ານີ້ ບອກວ່າແອັບເປິ້ນຈະເປີດໂຕ iWatch ໃຫ້ໄດ້ເບິ່ງຮູບ

ໂສມກັນໃນເດືອນຕຸລາປີນີ້ ເຊິ່ງຈະມີຄວາມເປັນໄປໄດ້ຫຼາຍ ຫຼື ໜ້ອຍຄືແນວໃດ ສາວົກຄ້າຍແອັບເປິ້ນ

ກໍກຽມລໍຖ້າໄປພ້ອມໆກັນເລີຍ.