ລາວ-ໄທ ຈະປັກຫລັກໝາຍ ຊາຍແດນທາງບົກ ໃຫ້ສຳເລັດປີ 2016 ສ່ວນທາງນ້ຳໃຫ້ແລ້ວ 2018

ພາບປະກອບ

ໃນໂອກາດການພົບປະສອງຝ່າຍ ລະຫວ່າງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຣາຊະອານາຈັກໄທ ທີ່ມີຂຶ້ນໃນວັນທີ 9 ສິງຫາຜ່ານມານີ້ ຢູ່ບາງກອກ, ສອງຝ່າຍໄດ້ຕົກລົງກັນຫລາຍບັນຫາ ເພື່ອເພີ່ມທະວີເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ແໜ້ນແຟ້ນ ແລະ ກວ້າງຂວາງຍິ່ງຂຶ້ນ, ຊຶ່ງໜຶ່ງໃນນັ້ນ ກໍແມ່ນສອງຝ່າຍ ຈະໄດ้ສຸມໃສ່ຮ່ວມກັນ ປັກຫລັກໝາຍຊາຍແດນທາງບົກ ທີ່ຍັງຄົງຄ້າງຈຳນວນ 14 ຈຸດ ໃຫ້ສຳເລັດໃນປີ 2016ນີ້ ແລະ ປັກຫລັກໝາຍຊາຍແດນທາງນ້ຳ ລະຫວ່າງສອງປະເທດ ໃຫ້ສຳເລັດໃນປີ 2018 ໂດຍການຕົກລົງດ່ັງກ່າວ ມີຂຶ້ນໃນໂອກາດຢ້ຽມຢາມ ຣາຊະອານາຈັກໄທ ຢ່າງເປັນທາງການຂອງ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໃນວັນທີ 9-10 ສິງຫານີ້, ຕາມຄຳເຊີນຂອງ ທ່ານ ດອນ ປຣະມັດວິໄນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ.

Untitled-1 saleumsay-thai 1

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!