ລາວ-ຫວຽດ ກຽມແຜນຈະສ້າງເສັ້ນທາງລົດໄຟວຽງຈັນ- ຫວຸງອ່າງ

0
3301

ລັດຖະບານແຫ່ງ ສປປ ລາວ ແລະ ສສ ຫວຽດນາມ ຈະໄດ້ສືບຕໍ່ປະຕິບັດໂຄງການກໍ່ສ້າງເສັ້ນທາງລົດໄຟເຊື່ອມຕໍ່ລະຫວ່າງນະຄອນຫຼວງວຽງຈັນ ປະເທດລາວ ກັບທ່າເຮືອ ຫວຸງອ່າງ ( Vung Ang ) ແຂວງຮ່າຕິງ ( Ha Tinh ) ປະເທດຫວຽດນາມ ດ້ວຍຄວາມຍາວ 555 ກິໂລແມັດ ແລະ ມູນຄ່າການກໍ່ສ້າງປະມານ 5 ຕື້ໂດລາສະຫະລັດ.

ພາຍຫຼັງການລົງນາມສັນຍາຮ່ວມກັນໃນບັນດາ 9 ເອກະສານຂໍ້ຕົກລົງຮ່ວມມືລະຫວ່າງ ລາວ-ຫວຽດນາມ, ຂໍ້ຕົກລົງໂຄງການກໍ່ສ້າງເສັ້ນທາງລົດໄຟດັ່ງກ່າວແມ່ນໜື່ງໃນບັນດາ 9 ເອກະສານຂໍ້ຕົກລົງຮ່ວມມືລະຫວ່າງສອງປະເທດລາວ-ຫວຽດນາມທີ່ໄດ້ເຊັນສັນຍາໃນລະຫວ່າງການເດີນທາງມາ ຢ້ຽມຢາມ ສປປ ລາວ ຂອງ ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມທັງຄະນະ ໃນວັນທີ 24-25 ກຸມພາ.

ດ້ານຄະນະກໍາມະການຮ່ວມມືລາວ-ຫວຽດນາມ ກ່າວຕໍ່ໜັງສືພິມວຽງຈັນທາມວ່າ: ຝ່າຍຫວຽດນາມຢູ່ໃນຂະບວນການໂອນຫຸ້ນເຖິງ 60 ສ່ວນຮ້ອຍຂອງຮຸ້ນໃນໂຄງການທ່າເຮືອ ຫວຸງອ່າງ ໃຫ້ກັບ ຝ່າຍລາວ. ຫວຽດນາມໄດ້ຕົກລົງເຫັນດີວ່າ ສປປ ລາວ ຄວນຖືຫຸ້ນເປັນສ່ວນໃຫຍ່ໃນໂຄງການດັ່ງກ່າວຕາມຈຸດປະສົງຂອງລາວ. ເສັ້ນທາງລົດໄຟວຽງຈັນ-ຫວຸງອ່າງ ເປັນໂຄງການພື້ນຖານໂຄງລ່າງທີ່ສໍາຄັນໃນສະມາຄົມອາຊຽນ ທີ່ຈະເຊື່ອມຕໍ່ລະຫວ່າງລາວ-ຫວຽດນາມ ແລະ ຈະເຊື່ອມຕໍ່ກັບທາງລົດໄຟສິງກະໂປ- ຄຸນໝິງ. ໃນຂະນະດຽວກັນ, ການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ເຊິ່ງເປັນສ່ວນຫນຶ່ງຂອງເສັ້ນທາງລົດໄຟສິງກະໂປ – ຄຸນໝິງ ປັດຈຸບັນດຳເນີນມາໄດ້ປະມານ 60% ແລ້ວ.

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມວຽງຈັນທາມ

ຮູບພາບຈາກ: Lao National Radio