ລາວ-ຫວຽດນາມ-ກຳປູເຈຍ ເຝິກຊ້ອມກອບກູ້ໄພພິບັດ

0
785

ໃນວັນທີ 10 ກັນຍາ 2022 ຜ່ານມາ, ຢູ່ທີ່ອ່າງນໍ້າຫຸມ ວິທະຍາຄານພະລາທິການກອງທັບ ກະຊວງປ້ອງກັນປະເທດ ຈັດພິທີເປີດການເຝິກຊ້ອມຮ່ວມກອບກູ້ໄພພິບັດລະຫວ່າງ 3 ກອງທັບ ກຳປູເຈຍ-ຫວຽດນາມ-ລາວ ພາຍຫຼັງທີ່ທຸກເຫລົ່າຮົບ 3 ກອງທັບໄດ້ມີການກະກຽມວຽກງານທາງດ້ານແຜ່ນທີ່-ແຜນຮ່າງ ຕະຫລອດໄລຍະເວລາ 1 ເດືອນທີ່ຜ່ານມາ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າຄະນະຊີ້ນໍາວຽກງານກອບກູ້ໄພພິບັດຮ່ວມ 3 ກອງທັບ , ມີ ສະຫາຍ ພົນຕີ ແປນ ໂສກຮິດວິເຢຍ ຫົວໜ້າຫ້ອງການເສນາຮ່ວມ, ສະຫາຍ ພັນເອກ ພິເສດ ຟ້າມວັນພຸ້ງ ຮອງຫົວໜ້າເສນາທິການກອງບັນຊາການທະຫານເຂດ 4, ຄະນະນຳກະຊວງປ້ອງກັນປະເທດ ທີ່ມາຈາກກົມກອງຕ່າງໆອ້ອມຂ້າງກະຊວງ, ຄະນະນໍາຂອງກໍາລັງທະຫານ 3 ຊາດ ກຳປູເຈຍ-ຫວຽດນາມ-ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນການເຝິກຊ້ອມກອບກູ້ໄພພິບັດ ຮ່ວມ 3 ກອງທັບ ກຳປູເຈຍ-ຫວຽດນາມ-ລາວ ໄດ້ເເບ່ງອອກເປັນ 2 ພາກຄື: ການຊອກຄົ້ນ-ກອບກູ້ຜູ້ປະສົບໄພທາງນ້ຳ ໂດຍເເບ່ງອອກເປັນ 3​ຈຸຄື: ຈຸທີ 1 ໃຊ້ເຮືອລາດຕະເວນຈຳນວນ 6​ ລຳ,​ເພື່ອຊອກຫາຜູ້ປະສົບໄພທີ່ຕົກຄ້າງຢູ່ຕາມຈຸດຕ່າງໆ ຈຸທີ 2​ ຊອກຄົ້ນກອບກູ້ຜູ້ປະສົບໄພທີ່ຈົມຢູ່ພື້ນນ້ຳດ້ວຍນັກດຳນ້ຳ, ສ່ວນຈຸທີ3 ກອບກູ້ ແລະ​ ຍົກຍ້າຍຜູ້ປະສົບໄພ ຫຼື ຜູ້ບາດເຈັບ​ ດ້ວຍເຮືອໄປຫາເຂດທີ່ປອດໄພ, ຫລັງຈາກນັ້ນ ທະຫານອາກາດໄດ້ນຳໃຊ້ເຄື່ອງບິນZ-9 ບິນລາດຕະເວນຊອກຄົ້ນຜູ້ປະສົບໄພຕາມຈຸດຕ່າງໆທີ່ເຮືອບໍ່ສາມາດເຂົ້າເຖິງ, ເຄື່ອງບິນ​ Mi -​17 ບິນຢ່ອນນັກກອບກູ້ລົງຊ່ວຍເຫລືອຜູ້ປະສົບໄພທີ່ຢູ່ຈຸດສູງເຂດທຸລະກັນດານ​ ແລະ ພື້ນທີ່ນໍ້າຖວ້ມທີ່ມີສິ່ງກີດຂວາງ,​ ຕົ້ນໄມ້ຫັກທັບຖົມ ລວມເຖິງວຽກງານວິຊາສະເພາະປີ່ນອ້ອມຕ່າງໆ.

ໂອກາດດຽວກັນນີ້, ສະຫາຍ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວຫນ້າຄະນະຊີ້ນຳວຽກງານກອບກູ້ໄພພິບັດຮ່ວມ 3 ກອງທັບ ໄດ້ມີຄໍາເຫັນ ແລະ ກ່າວເປີດພິທີໃນຄັ້ງນີ້ວ່າ:ການ​ເຝິກຊ້ອມກອບ​ກູ້​ໄພພິບັດ​ຮ່ວມ​3 ກອງທັບ​ໃນ​ຄັ້ງ​ນີ້ ຖື​ວ່າ​ເປັນ​ຄັ້ງ​ທຳ​ອິດ, ​ເເລະ ​ສຸດ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ຫຼາຍ ​ເນື່ອງຈາກວ່າ 3 ກອງທັບ ກຳປູເຈຍ-ຫວຽດນາມ-ລາວ ຈະ​ໄດ້​ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ ​ແລະ​ ຄວາມ​ຊຳນິ​ຊຳນານ ​ໃນ​ການກະ​ກຽມຄວາມພ້ອມ​ກອບ​ກູ້​ໄພພິບັດ​ໃນ​ທຸກ​ເງື່ອນ​ໄຂ ​ແລະ ​ໃນ​ທຸກ​ສະຖານະ​ການ​ທີ່​ອາດ​ຈະເກີດ​ຂຶ້ນ.

ການຈັດພິທີເປີດການເຝິກຊ້ອມຮ່ວມກອບກູ້ໄພພິບັດລະຫວ່າງ 3 ກອງທັບ ໃນຄັ້ງນີ້ ຍັງ​​ເປັນ​ການ​ແລກປ່ຽນ​ບົດຮຽນ, ປະສົບ​ການ​ດ້ານ​ວິຊາ​ສະ​ເພາະ ​ແລະ ​ດ້ານວັດທະນະ​ທຳ, ຮີດຄອງ​ປະ​ເພນີຮ່ວມ​ກັນ ,​ເສີມ​ສ້າງ​ຄວາມ​ສາມັກ​ຄີ, ສາຍ​ພົວພັນ​ມິດຕະພາບ ​ແລະ ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ​ກັນ ​ໃຫ້​ນັບ​ມື້​ນັບ​ແໜ້ນ​ແຟ້ນຍິ່ງໆ​ຂຶ້ນ ພ້ອມທັງຮຽກຮ້ອງ​ໃຫ້​ທຸກ​ພາກສ່ວນທີ່ເຂົ້າຮ່ວມການເຝິກຊ້ອມໃນຄັ້ງນີ້​ ຍົກ​ສູງ​ຄວາມ​ຮັບຜິດຊອບ, ​ຄວາມເປັນ​ເຈົ້າ​ການ​ປະຕິບັດ​ລະບຽບ​ວິ​ໄນ, ມະຕິ​ຄຳ​ສັ່ງ​ ​ແລະ​ ແຜນການ​ເຝິກຊ້ອມ​ໃຫ້​ເຂັ້ມ​ງວດ, ສິ່ງ​ສຳຄັນເເມ່ນຕ້ອງເພີ່ມທະວີການ​ຮັກສາ​ຄວາມ​ສາມັກຄີ​ເຊິ່ງກັນ ​ແລະ ​ກັນ, ຮັບປະກັນຄວາມ​ປອດ​ໄພ​ໃນ​ທຸກ​ດ້ານ.

ແຫຼ່ງຂ່າວ: Lao people’s Army News