ລາວ-ສະຫະລັດ ເຊັນສັນຍາການຄ້າສະບັບໃໝ່

0
3096

  ເມື່ອ​ອາ­ທິດ​ຜ່ານ​ມາ​ທີ່​ຊານ​ຟຣານ​ຊິດ​ໂກ, ລັດ​ແຄ​ລິ​ຟໍ​ເນຍຜູ້​ແທນ​ການ​ຄ້າ​ປະ­ເທດ​ສະ­ຫະລັດ​ອາ­ເມ­ລິ­ກາ ທ່ານ ໄມ​ໂຄ ໂຟຣ​ແມນ ແລະ​ ທ່ານ ນາງ ເຂັມ​ມະ­ນີ ພົນ​ເສ­ນາ ລັດ­ຖະ­ມົນ­ຕີ​ກະ­ຊວງອຸດ­ສາ­ຫະ­ກຳ ແລະ ​ການ​ຄ້າ​ຂອງ ສປປ ລາວ ໄດ້ເຊັນ​ສັນ­ຍາ​ການ​ຄ້າ ແລະ ​ການ​ລົງ­ທຶນ​ສອງ​ຝ່າຍຊຶ່ງ​ທັງ​ສອງ​ໄດ້​ເປັນ​ປະ­ທານ​ຮ່ວມ​ກອງ​ປະ­ຊຸມລັດ­ຖະ­ມົນ­ຕີ​ເສດ­ຖະ­ກິດອາ​ຊຽນ-ອາ­ເມ­ລິ­ກາ.

   ສັນ­ຍາ​ການ​ຄ້າ ແລະ​ ການ​ລົງ­ທຶນ​ແມ່ນ​ເວ­ທີໃຫ້​ປະ­ເທດ​ສະ­ຫະ­ລັດ​ອາ­ເມ­ລິ­ກາ ແລະ ​ສປປ ລາວ ສາ­ມາດ​ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ບັນ­ຫາ​ການ​ຄ້າ ແລະ ການ​ລົງ­ທຶນເພື່ອ​ເສີມ​ຂະ­ຫຍາຍ​ສາຍ­ສຳ­ພັນ​ເສດຖະ​ກິດ​ສອງ​ຝ່າຍໂດຍ​ຜ່ານ​ການ​ອຳ­ນວຍ​ຄວາມສະ­ດວກ​ທາງ​ດ້ານ​ການ​ຄ້າ, ສິ່ງ​ກີດ­ຂວາງ​ທີ່​ບໍ່ ແມ່ນ​ພາ­ສີ, ຊັບ​ສິນ​ທາງ​ປັນ­ຍາ, ການ​ປົກ​ປ້ອງສິ່ງ­ແວ­ດລ້ອມ ແລະ​ການ​ສ້າງ​ຄວາມ​ສາ­ມາດ, ສັນ­ຍາ​ນີ້ຍັງ​ແມ່ນ​ເວ­ທີ​ເພື່ອ​ປະ­ສານ​ງານ​ກ່ຽວ​ກັບ ບັນ­ຫາ​ຫຼາຍ​ຝ່າຍ ແລະ​ ພາກ​ພື້ນ​ເປັນ­ຕົ້ນ​ການເຊື່ອມ​ໂຍງ AEC.

ທ່ານ ໄມ​ໂຄ ໂຟຣ​ແມນ ກ່າວ​ວ່າ: ການ​ເຊັນສັນ­ຍາ​ຄັ້ງ​ນີ້ຈະ​ແມ່ນ​ພາ­ຫະ­ນະ​ໜຶ່ງ​ເພື່ອ​ເສີມ​ຂະຫຍາຍ​ສາຍ​ພົວ­ພັນ​ການ​ຄ້າ ແລະ​ ການ​ລົງ­ທຶນ ສະຫະ​ລັດ​ອາ­ເມ­ລິ­ກາ-ສປປ ລາວ ຊຶ່ງ​ຈະ​ສະ­ທ້ອນໃຫ້​ເຫັນ​ເຖິງ​ຄວາມ​ຕັ້ງ­ໃຈ​ຂອງ​ປະ­ທາ­ນາ­ທິ­ບໍ­ດີ ບາ​ຣັກ ໂອ​ບາ​ມາ ທີ່​ມີ​ຕໍ່​ອາ​ຊຽນ ແລະ​ ການ​ເພີ່ມ ໂອ­ກາດ​ທາງ​ເສດ­ຖະ­ກິດ​ລະ­ຫວ່າງ​ພວກ​ເຮົາ.

ພິ­ທີ​ເຊັນ​ສັນ­ຍາ​ຄັ້ງ​ນີ້ແມ່ນ​ຕົວ​ບົງ​ຊີ້​ຫຼ້າ​ສຸດທີ່​ສະ­ແດງ​ໃຫ້​ເຫັນ​ການ​ຮ່ວມ​ມື​ທີ່​ເພີ່ມ​ຂຶ້ນ​ລະຫວ່າງ ສປປ ລາວ ແລະ​ປະ­ເທດ​ສະ­ຫະ­ລັດ​ອາ​ເມລິ​ກາ ແລະ​ຈັດ​ຂຶ້ນ​ພາຍ­ຫຼັງ​ກອງ​ປະ­ຊຸມ​ສຸດ​ຍອດ ອາ​ຊຽນ-ອາ­ເມ­ລິ­ກາ ສະ­ໄໝ​ພິ­ເສດ​ທີ່​ຊັນ​ນີ​ແລນ, ລັດ​ແຄ​ລິ​ຟໍ​ເນຍຊຶ່​ງ​ເປັນ​ປະ­ທານ​ຮ່ວມ​ໂດຍ ທ່ານບາ​ຣັກ ໂອ​ບາ​ມາ ປະ­ທາ­ນາ­ທິ­ບໍ­ດີ ສະ­ຫະ­ລັດ​ອາເມ​ລິ​ກາ ແລະ​ ທ່ານ ຈູມ​ມາ­ລີ ໄຊ​ຍະ​ສອນ ປະ­ທານປະ­ເທດ​ແຫ່ງ ສປປ ລາວ ໃນ​ໄລ­ຍະ​ກອງ​ປະ­ຊຸມ ຄັ້ງ​ນີ້, ບັນ­ດາ​ລັດ­ຖະ­ມົນ­ຕີ​ເສດ­ຖະ­ກິດ​ອາ​ຊຽນ​ໄດ້ຟັງ​ການ​ບັນ­ຍາຍ​ຈາກ​ບັນ­ດາ​ບໍ­ລິ­ສັດ​ເຕັກ​ໂນ​ໂລຊີ​ຊັ້ນ​ນຳ​ຈາກ​ຊີ​ລີ​ຄອນ​ວາ­ລີ, ລັດ​ແຄ​ລິ​ຟໍ​ເນຍແລະ​ປຶກ­ສາ​ຫາ­ລື​ຊ່ອງ​ທາງ​ເພື່ອ​ເສີມ​ຂະ­ຫຍາຍສາຍ​ພົວ­ພັນ​ການ​ຄ້າ ແລະ​ການ​ລົງ­ທຶນ​ລະ­ຫວ່າງປະ­ເທດ​ສະ­ມາ­ຊິກ​ອາ​ຊຽນ ແລະ​ປະ­ເທດ​ສະ­ຫະລັດ​ອາ­ເມ­ລິ­ກາ.

ທີ່ມາ:logo