ລາວ ມອບ​ຮູບ​ປັ້ນ​ເຄິ່ງ​ຄີງ ປະ​ທານ ໄກ​ສອນ ພົມ​ວິ​ຫານ ປະ​ດິດ​ສະ​ຖານທີ່​ສວນ​ອາ​ຊຽນ ປະ​ເທດ​ຟິ​ລິບ​ປິນ

kaisone stupa

ໃນວັນທີ 27 ມັງກອນນີ້, ສະຖານເອກອັກຄະລັດຖະທູດລາວ ທີ່ມະນີລາ, ປະເທດຟີລິບປິນ ໄດ້ຈັດພິ ທີມອບຮູບປັ້ນເຄິ່ງຄີງຂອງວິລະບຸລຸດແຫ່ງ ຊາດລາວ ປະທານ ໄກສອນ ພົມວິຫານ ໃຫ້ແກ່ປະເທດຟີລິບປິນ ທີ່ສວນອາຊຽນ, ຢູ່ອິນ ຕລາມູຣົດ (Intramuros), ຕາງໜ້າລັດຖະບານລາວມອບໂດຍທ່ານນາງ ມະ ໄລວຽງ ສາກົນນິຍົມ, ເອກອັກຄະລັດ ຖະທູດລາວ ປະຈຳຟີລິບປິນ ແລະ ຮັບ ໂດຍທ່ານ Filip M.De leon Jr. ປະທານຄະນະກຳມາທິການດ້ານວັດທະນະ ທຳ ແລະ ສິນລະປະ, ຟີລິບປິນໃຫ້ກຽດເຂົ້າຮ່ວມໃນຄັ້ງນີ້ມີທ່ານນາງ Maria Zenaida B. Angping, ສະມາຊິກ ສະພາຕ່ຳຂອງຟີລິບປິນ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງຫລວງຫລາຍ.

ທ່ານທູດ ມະໄລວຽງ ສາກົນນິຍົມ ໄດ້ເວົ້າເຖິງຊີວະປະຫວັດ ແລະ ການຕໍ່ສູ້ປະຕິວັດຂອງວິລະບູລຸດແຫ່ງຊາດ ໄກສອນ ພົມວິຫານ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືລາວ-ຟີລິບປິນ ໂດຍສະເພາະທ່ານທູດໄດ້ຊີ້ໃຫ້ເຫັນ ວ່າການມອບຮັບຮູບປັ້ນວິລະບຸລຸດແຫ່ງຊາດຄັ້ງນີ້ ແມ່ນມີລັກສະນະປະຫວັດສາດລະຫວ່າງສອງປະເທດເພາະປະກອບ ສ່ວນເຂົ້າເປັນກິດຈະກຳໜຶ່ງໃຫ້ແກ່ການສະເຫລີມສະຫລອງວັນຄົບຮອບ 60 ປີ ແຫ່ງການສ້າງສາຍພົວພັນການທູດ ລາວຟີລິບປິນ (14/1/1955-14/1/2015).

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ