ລາວ-ຈີນ ຮ່ວມກັນພັດທະນາລະບົບ ATM ເງິນກີບ ແລະ ເງິນຢວນ

20141203090951

 

ໃນ​ອະນາຄົດ​ມໍ່ໆ​ນີ້ ປະຊາຊົນສອງ​ຊາດ​ລາວ-ຈີນ ຈະ​ໄດ້​ນຳ​ໃຊ້ຕູ້ ATM ຮ່ວມ​ກັນ ເຊິ່ງ​ຕູ້​ດັ່ງກ່າວ ຈະ​ສາມາດ​ກົດ​ເອົາ​ເງິນ

ຫຼື ເຮັດ​ທຸລະກຳ​ດ້ານ​ການ​ເງິນ​ທີ່​ເປັນ​ສະກຸນ​ເງິນ​ກີບ ແລະ ເງິນ​ຢວນ​ຂອງສອງ​ປະເທດ​ໄດ້​ຢ່າງ​ວ່ອງໄວ ແລະ ຖືກຕ້ອງ​

ຕາມ​ລະບຽບ​ກົດໝາຍ​ດ້ານ​ການ​ເງິນ​ຂອງ​ຕົນ.

 

ພິທີ​ເຊັນ​ສັນຍາ​ວ່າ​ດ້ວຍ​ການຊ່ວຍເຫຼືອ​ລ້າ “ໂຄງການ​ນຳ​ໃຊ້ບັດ ATM ຮ່ວມ​ກັນລະຫວ່າງທະນາຄານ​ແຫ່ງ ​ສປປ ລາວ

ແລະ ທະນາຄານ​ພັດທະນາແຫ່ງ​ຊາດ​ຈີນ ມູນ​ຄ່າ 56 ລ້ານ ຢວນ (ສະກຸນ​ເງິນ​ຈີນ) ຈັດ​ຂຶ້ນວັນ​ທີ 28 ພະຈິກ 2014 ຜ່ານ

​ມາ ທີ່​ໂຮງແຮມ​ລາວ​ພລາ​ຊາ ນະຄອນ​ຫຼວງ​ວຽງ​ຈັນ ຮ່ວມ​ລົງ​ນາມມີ​ທ່ານ ສອນ​ໄຊ ສິດ​ພະ​ໄຊ ຮອງຜູ້​ວ່າການ​ທະນາຄານ

​ແຫ່ງ ສປປ ລາວ ແລະ ທ່ານ ໂຈ ຊິງ ຢຸຍ ຮອງ​ປະທານ​ທະນາຄານ​ພັດ​ທະນາແຫ່ງ​ຊາດ​ຈີນ ໃຫ້​ກຽດ​ເຂົ້າຮ່ວມ​ໂດຍ​ທ່ານ

​ດຣ. ບຸນ​ປອນ ບຸດ​ຕະ​ນະ​ວົງ ຮອງ​ນາຍົກ​ລັດ​ຖະມົນຕີ ຜູ້​ຊີ້​ນຳ​ວຽກ​ງານ​ເສດ​ຖະກິດ​ມະຫາ​ພາກ ແລະ ບໍລິການ ພ້ອມ

​ດ້ວຍ​ບັນດາ​ລັດຖະມົນຕີ​ວ່າການ ຊ່ວຍ​ວ່າການ ແລະ ຜູ້​ຕາງໜ້າ​ຈາກ​ພາກສ່ວນ​ກ່ຽວຂ້ອງ​ທັງສອງ​ຝ່າຍ.

 

ທ່ານ ສອນ​ໄຊ ສິດ​ພະ​ໄຊ ກ່າວ​ວ່າ: ການ​ຊ່ວຍເຫຼືອ​ລ້າ​ໃນໂຄງ​ການຈັດຕັ້ງ​ປະຕິບັດ ​ວຽກງານ​ພັດທະນາ​ລະບົບ​ເຊື່ອມ​ຕໍ່​ຕູ້

ATM ຂອງ​ສອງ​ທະນາຄານ​ແຫ່ງຊາດ ລາວ-ຈີນ ຄັ້ງ​ນີ້ ຖື​ເປັນ​ການປະກອບສ່ວນ​ອັນ​ສຳຄັນ ​ໃນ​ການດຳເນີນ​ວຽກ​ງານ​ທຸ

ລະ​ກຳ​ດ້ານການ​ເງິນ​ຂອງ​ສອງ​ປະເທດ​ ໃຫ້​ມີຄວາມ​ສະດວກ​ວ່ອງໄວ ແລະ ທັນສະໄໝ​ຍິ່ງ​ຂຶ້ນ ສະ​ຖາ​ບັນ​ການເງິນ ລວມ​

ທັງ​ນັກທຸລະກິດ​ຈີນທີ່ມາ​ລົງທຶນ​ຢູ່ ​ສປປ ລາວ ປະຊາຊົນ​ສອງ​ຊາດ​ລາວ-ຈີນ ສາມາດຊົມໃຊ້​ຜະລິດ​ຕະ​ພັນ ແລະ ບໍ​ລິການ

​ຂອງ​ທະນາຄານ​ທັງ​ສອງ ດ້ວຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ພ້ອມນັ້ນ ຍັງ​ເປັນ​ການ​ເສີມ​ສ້າງ​ຄວາມເຂັ້ມແຂງ​ທາງ​ດ້ານ​ການ​

ເງິນຂອງ​ສອງ​ທະນາຄານ ​ໃຫ້​ນັບ​ມື້​ຂະຫຍາຍ​ຕົວ​ຍິ່ງ​ຂຶ້ນ ຕາມ​ແນວທາງນະໂຍບາຍ​ຂອງ​ພັກ ແລະ ລັດຖະ​ບານ​ສອງ​ປະ

ເທດ ​ທີ່​ມີ​ເປົ້າໝາຍ​ສົ່ງເສີມ​ສາຍ​ພົວພັນ​ສອງຊາດ ລາວ-ຈີນ ໃຫ້​ກ້າວ​ຂຶ້ນ​ຢ່າງບໍ່​ຢຸດ​ຢັ້ງ​ຕື່ມ​ອີກ.

 

ສຳລັບ​ໂຄງ​ການຈັດຕັ້ງ​ປະຕິ​ບັດ​ວຽກ​ງານ​ເຊື່ອມ​ຕໍ່​ລະບົບ ATM ຮ່ວມ​ກັນ​ຄັ້ງ​ນີ້ ລັດຖະບານ ກໍ່​ຄື​ສອງ​ທະນາຄານ​ແຫ່ງ​

ຊາດ ລາວ-ຈີນ ໄດ້​ຮ່ວມ​ກັນ​ສຶກ​ສາ ແລະ ສຳ​ຫຼວດ​ໂຄງການ​ດັ່ງກ່າວມາ​ແຕ່​ປີ 2008 ເປັນຕົ້ນ​ມາ ເຊິ່ງຄາດ​ວ່າ​ໂຄງການ​

ຈະ​ໃຫ້​ສຳເລັດ ແລະ ນຳ​ໃຊ້​ຕົວ​ຈິງ​ໃນ​ອະນາຄົດມໍ່ໆ​ນີ້.

 

ແຫລ່ງຂ່າວ: ວຽງຈັນໃໝ່