ລາວໄດ້ຮັບໂຄຕ້ານຳສົ່ງເຂົ້າໄປ ສປ ຈີນ 20 ພັນໂຕນ

ກອງປະຊຸມບົດບັດທຶກເພື່ອຈຳຊ່ວຍສົ່ງເຂົ້າ 20 ພັນໂຕນ ໄປ ສປ ຈີນ ໄດ້ຈັດຂຶ້ນໃນວັນທີ 20 ມີນາ 2017 ທີ່ຜ່ານມາ ທີ່ກະຊວງອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສົມຫວັງ ນິນທະວົງ ຫົວໜ້າກົມສົ່ງເສີມການຄ້າ ທ່ານ ນາງ ມະນີຈັນ ສອນຄຳໄຊ ຮອງຫົວໜ້າພະແນກສົ່ງເສີມການຕະຫຼາດຂອງກົມສົ່ງເສີມການຄ້າ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຕ່າງໆເຂົ້າຮ່ວມ

ລັດຖະບານ 2 ປະເທດ ລາວ – ຈີນ ໄດ້ຮັດແໜ້ນສາຍພົວພັນຮ່ວມມືກັນ ເພື່ອການສົ່ງເສີມເສດຖະກິດ ແລະ ການຄ້າທັງສອງຝ່າຍ ເຊິ່ງລັດຖະບານແຫ່ງ ສປ ຈີນ ໄດ້ມອບໂກຕ້ານຳເຂົ້າເຂົ້າສານໄປຈີນ ໃຫ້ ສປປ ລາວ ຈຳນວນ 20 ພັນໂຕນ ໃນປີ 2017 ນີ້

 

ແຫລ່ງຂ່າວຈາກ: ເສດຖະກິດ-ສັງຄົມ