ລາວເຮົາລວຍແທ້ ປະຊາຊົນແຫ່ເກັບກ້ອນຄຳ ຈາກຫີນປູທາງ

ອີງຕາມການລາຍງານຈາກປະຊາຊົນທ້ອງຖິ່ນ ເມືອງໂພນທອງ ແຂວງຈຳປາສັກ ໃຫ້ຮູ້ວ່າ ມື້ວານນີ້ຕອນຄ່ຳ ວັນທີ 8 ມິຖຸນາ 2016 ປະຊາຊົນຈາກແຫ່ງຕ່າງໆ ໃນເຂດເມືອງໂພນທອງຈຳນວນຫຼາຍ ໄດ້ພາກັນໄປຊອກເຂ່ຍຫາກ້ອນຄຳຈາກຫີນທີ່ທາງການເອົາມາປູທາງ ພາຍຫຼັງທີ່ມີຜູ້ເກັບໄດ້ກ້ອນຫີນທີ່ມີແຮ່ບາງຊະນິດ ມີລັກສະນະສີເຫຼືອງ ເຫຼື້ອມແວວວາວ ເຊິ່ງເຊື່ອວ່າເປັນຄຳຕິດຢູ່ກັບກ້ອນຫີນ.

ແຫຼ່ງຂ່າວບອກວ່າປະຊາຊົນຊ່າກັນວ່າ ມີຜູ້ເກັບຄຳໄດ້ເປັນກ້ອນສົດໆ ໂດຍບໍ່ມີຫີນປະສົມຢູ່ ນັກຂ່າວເຮົາຈຶ່ງໄດ້ເດິນທາງໄປເບິ່ງ ແລະເຫັນປະຊາຊົນຈຳນວນຫຼາຍຊອກເຂ່ຍຫາກ້ອນຄຳຢູ່ຈຳນວນຫຼວງຫຼາຍ ແລະກໍໄດ້ພົບເຫັນກ້ອນຫີນທີ່ປະຊາຊົນເກັບໄດ້ ທີ່ເຊື່ອວ່າມີແຮ່ຄຳປະສົມຢູ່ຈຳນວນຫຼາຍຄົນ.

ການແຫ່ຊອກຄຳຈາກຫີນປູທາງຂອງປະຊາຊົນ ດຳເນີນຂຶ້ນແຕ່ຕອນສວາຍ ຈົນຮອດກາງຄືນປະຊາຊົນກໍຍັງພາກັນໄຕ້ໄຟຊອກ.

ແນວໃດກໍຕາມ, ຍັງບໍ່ມີການຢືນຢັນຈາກນັກວິຊາການດ້ານແຮ່ທາດເທື່ອວ່າ ຄວາມຈິງແລ້ວສິ່ງທີ່ພົບເຫັນຄ້າຍຄືຄຳນັ້ນ ມັນແມ່ນຫຍັງກັນແທ້?.

ນັກຂ່າວພົນລະເມືອງລາຍງານຈາກເມືອງໂພນທອງ ແຂວງຈຳປາສັກ.

13413037_511946775675774_1112613101795186588_n

13339709_1742553542656011_2753452901361551633_n 13342896_1742544815990217_2541656948792862294_n 13346424_1742544752656890_5103329692601628814_n 13413053_1742544685990230_1839813371221651577_n 13413558_1742544792656886_9122398757079659741_n

13346462_1742553569322675_1740177310523226774_n

2 COMMENTS

  1. ມີຜູ້ໄດ້ ຫລາຍບໍ່? ເອົາມາລົງໃຫ້ເບິ່ງແດ່ ຄຳແທ້ໆວ້າ!

  2. […] ທີ່ປະຊາຊົນແຫ່ກັນໄປເກັບເອົາແຮ່ທາດ ທີ່ຄ້າຍຄືຄຳຈາກຫີນປູທາງ ໃນເຂດວັງເຕົາ-ຊ່ອງເມັກ ໃນວັນທີ 8 […]

Comments are closed.