ລາວໃຊ້ສາມລໍ້ໄຟຟ້າ ແຊງໜ້າເພື່ອນບ້ານ

ຫຼວງພະບາງ ເມືອງມໍລະດົກໂລກ ເລີ່ມ​ໃຫ້​ບໍລິການລົດ​ສາມ​ລໍ້​ພະລັງ​ງານ​ໄຟ​ຟ້າ​ຮັບສົ່ງ​ຜູ້​ໂດຍ​ສານ ໃນຕົວເມືອງ​ແລ້ວ

415

ມື້​ນີ້ (15 ກັນຍາ 2015) ຢູ່ຫຼວງພະບາງ ໄດ້​ເລີ່ມ​ໃຫ້​ບໍລິການ​ລົດ​ສາມ​ລໍ້​ພະລັງ​ງານ​ໄຟ​ຟ້າ ​ຮັບສົ່ງ​ຜູ້​ໂດຍ​ສານ​ໃນຕົວເມືອງ​ແລ້ວ ລວມ​ເຖິງ​ເປີດ​ສະຖານີສາກໄຟ​ໃນ​ຕົວ ໂດຍ​ໂຄງ​ການ​ລົດ​ສາມລໍ້ໄຟ​ຟ້າ ເປັນ​ຄວາມ​ຮ່ວມ​ມື​ ລະຫວ່າງກະຊວງໂຍທາທິການແລະຂົນສົ່ງ​ລາວ ແລະ ​ຫນ່ວຍ​ງານ​ຄວາມ​ຮ່ວມ​ມື​ນານາ​ຊາດ ​ແຫ່ງ​ປະເທດຍີ່​ປຸ່ນ (JICA) ຊຶ່ງ​ເປັນ​ສ່ວນຫນຶ່ງ​ຂອງ​ການ​ທົດລອງ​ລະບົບ ​ຂົນ​ສົ່ງ​ມວນ​ຊົນ​ທີ່​ມີ​ມົນລະ​ພິດ​ຕ່ຳ.

ທັງ​ນີ້ ສາມລໍ້ໄຟ​ຟ້າ​ຈະໃຫ້​ບໍລິການ​ຕາມ​ເສັ້ນ​ທາງ​ ທ່ອງ​ທ່ຽວ​ມໍລະດົກ​ໂລກ ເຊື່ອມ​ຕໍ່​ມາ​ຈາ​ກສະ​ຖາ​ນີ​ລົດ​ເມ​ໄຟ​ຟ້າ (E-Bus Terminal) ທີ່​ມີ​ເສັ້ນ​ທາງ​ທັງ​ໝົດ 3 ສາຍ (ແບ່ງ​ອອກ​ເປັນ​ລົດ​ສາມລໍ້ໄຟ​ຟ້າ 1 ສາຍ ແລະ​ລົດ​ເມ​ອີກ 2 ສາຍ) ຊຶ່ງ​ໄລ​ຍະ​ທຳອິດຈະ​ເປັນ​ການ​ເກັບ​ຂໍ້​ມູນ​ ຜົນ​ການ​ດຳ​ເນີນ​ງານ ລາຍ​ໄດ້ ແລະ​ຄ່າ​ໃຊ້​ຈ່າຍ ລວມ​ເຖິງ​ເບິ່ງ​ຜົນ​ກະທົບ​ທາງ​ເສດຖະກິດ​ໃນ​ເຊີງ​ ການ​ທ່ອງ​ທ່ຽວ​ດ້ວຍ.

ໂດຍ​ໃນ​ໄລ​ຍະ​ທຳອິດ​ມີ​ລົດ​ສາມລໍ້​ໄຟ​ຟ້າ​ ໃຫ້​ບໍລິການ ຈຳນວນ 14 ຄັນ ຕິດ​ຕັ້ງ​ແບດ​ເຕີ​ຣີ່ແບບ​ລິ​ທຽມ​ໄອ​ອອນ ສາມາດ​ຖອດ​ອອກ​ໄດ້ ມີ​ແບດ​ເຕີ​ຣີ່​ທັງ​ໝົດ 30 ອັນ ຄອຍຖ້າ​ປ່ຽນ​ໃຫ້​ບໍລິການ ຂະນະ​ທີ່​ສະຖານິ​ສາກ​ໄຟ​ຂະໜາດ​ໃຫຍ່​ ກຳລັງກໍ່ສ້າງຢູ່ ເພື່ອ​ຮອງ​ຮັບ​ປະລິມານ​ລົດ​ທີ່​ອາດ​ເພີ່ມ​ຂຶ້ນ​ ໃນ​ອະນາຄົດ​ອີກ​ດ້ວຍ.

421
ເສັ້ນສະແດງການແລ່ນລົດສາມລໍ້ໄຟຟ້າ