ລາວບໍ່ຖືກຈັດອັນດັບປະເທດທີ່ມີທັກສະດ້ານການປາກເວົ້າພາສາອັງກິດ

ອີງຕາມເວັບໄຊການສຳຫຼວດ ​ແລະ ເກັບກຳຂໍ້ມູນຂອງ​ສະຖາບັນສອນພາສາອັງກິດ EF ໃນ​ອັນດັບ​100​ປະເທດ​ ປະຈຳປີ​ 2020​ ສຳລັບ​ 10 ອັນດັບດີເດັ່ນປະກອບມີ: ເນເທີແລນ ເປັນປະເທດ​ເປັນປະເທດທີ່ໄດ້ຄະແນນສູງສຸດ​ ຮອງມາແມ່ນ​ເດນມາກ,​ ຟິນແລນ,​ ສະວີເດັນ,​ ໂນເວ,​ ອອສເຕຣຍ, ປໍຕຸເກດ,​ ເຢຍລະມັນ, ເບລຢຽມ​ ແລະ​ ສິງກະໂປ.

ໃນ ປະເທດອາຊີ ມີ​ 24 ປະເທດທີ່ຕິດອັນດັບ ແລະ​ 10 ​ປະເທດອາຊຽນ​ ແມ່ນສິງກະໂປ ຄອງອັນດັບໜຶ່ງ​ຮອງລົງມາແມ່ນ ຟີລິບປິນ,​ ມາເລເຊຍ,​ ຫວຽດນາມ,​ ອິນໂດເນເຊຍ,​ ກຳປູເຈຍ,​ ໄທ​ ແລະ​ ມຽນມາ​ ບຣູໄນ​ ແລະ​ ລາວ​ບໍ່ຖືກ​ຈັດ ອັນດັບ​ ຫຼື ​ເອີ້ນວ່າ​ບໍ່ມີຂໍ້ມູນທັກສະດ້ານພາສາອັງກິດເລີຍ.

ຮຽບຮຽງຂ່າວ: ພຸດສະດີ